ອາຊີຕາເວັນອອກສ່ຽງໃຕ້, ຖືເປັນອີກພາກພື້ນໜຶ່ງ ທີ່ວຽກງານການສຶກສາ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກຍອມຮັບໃນລະດັບນານາຊາດ. ເຮັດໃຫ້ໄລຍະຫຼາຍປີທີ່ຜ່ານມາ, ມີນັກສຶກສາຕ່າງຊາດ ໃຫ້ຄວາມສົນໃຈ ແລະ ຕັດສິນໃຈເຂົ້າມາສຶກສາຕໍ່ ລະດັບອຸດົມສຶກສາ ໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຢ່າງຕໍ່ເນື່ອງ ![]()
ໂດຍສະເພາະປະເທດໄທ. ອີງຕາມການລາຍງານ ຈາກກະຊວງການອຸດົມສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກໍາ ຂອງໄທ, ໄດ້ລາຍງານ ຈຳນວນນັກສຶກສາຕ່າງຊາດ
ທີ່ເຂົ້າມາສຶກສາຕໍ່ ລະດັບອຸດົມສຶກສາ ປະຈຳປີ 2025. ໂດຍ ຈຳນວນນັກສຶກສາຈາກ ສ.ປ ຈີນ
ມີຫຼາຍກວ່າ 24,000 ຄົນ ຄອງອັນດັບ 1. ຕາມມາດ້ວຍ ປະເທດມຽນມາ
ມີຈຳນວນນັກສຶກສາ 15,000 ຄົນ. ສ່ວນນັກສຶກສາຈາກ ສປປ ລາວ
ແມ່ນມີຈຳນວນ 962 ຄອງອັນດັບ 5.
ນອກຈາກນີ້, ນັກສຶກສາ ຈາກບັນດາປະເທດ ສະມາຊິກອາຊຽນ ເຊັ່ນ: ປະເທດ ກຳປູເຈຍ
, ສສ ຫວຽດນາມ
ແລະ ອິນໂດເນເຊຍ
ກໍມີຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງ
ເຊັ່ນດຽວກັນ ກັບຕົວເລກນັກສຶກສາ ຈາກປະເທດອິນເດຍ
, ຍີ່ປຸ່ນ
, ສ.ເກົາຫຼີ
ແລະ ສ.ອາເມລິກາ
ກໍນັບມື້ນັບເພີ່ມຂຶ້ນ. ເນື່ອງຈາກປະເທດໄທ ມີຄ່າໃຊ້ຈ່າຍທີ່ເໝາະສົມ, ຫຼັກສູດນານາຊາດທີ່ຫຼາກຫຼາຍ ແລະ ຄວາມສະດວກສະບາຍ ທາງວັດທະນະທຳ ທີ່ສາມາດດຶງດູດຄວາມສົນໃຈ ຈາກນັກສຶກສາຕ່າງຊາດໄດ້.
15 ອັນດັບ ນັກສຶກສາ ທີ່ເຂົ້າມາສຶກສາໃນປະເທດໄທ
ອີງຕາມການລາຍງານ ກະຊວງການອຸດົມສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກໍາ:
ື1. ສ.ປ ຈີນ
ມີຈຳນວນນັກສຶກສາ 24,711 ຄົນ
2. ປະເທດ ມຽນມາ
ມີຈຳນວນນັກສຶກສາ 15,242 ຄົນ
3. ນັກສຶກສາ ທີ່ບໍ່ແຈ້ງສັນຊາດ ຈຳນວນ 2,094 ຄົນ
4. ປະເທດ ກຳປູເຈຍ
ມີຈຳນວນນັກສຶກສາ 1,541 ຄົນ
5. ສປປ ລາວ
ມີຈຳນວນນັກສຶກສາ 962 ຄົນ
6. ສສ ຫວຽດນາມ
ມີຈຳນວນນັກສຶກສາ 790 ຄົນ
7. ປະເທດ ອິນໂດເນເຊຍ
ມີຈຳນວນນັກສຶກສາ 706 ຄົນ
8. ປະເທດ ປະເທດ ຟິລິບປິນ
ມີຈຳນວນນັກສຶກສາ 658 ຄົນ
9. ປະເທດ ອິນເດຍ
ມີຈຳນວນນັກສຶກສາ 545 ຄົນ
10. ປະເທດ ນີເຊຣີ
ມີຈຳນວນນັກສຶກສາ 528 ຄົນ
11. ປະເທດ ເນປານ
ມີຈຳນວນນັກສຶກສາ 498 ຄົນ
12. ປະເທດ ຍີ່ປຸ່ນ
ມີຈຳນວນນັກສຶກສາ 394 ຄົນ
13. ປະເທດ ປາກິດສະຖານ
ມີຈຳນວນນັກສຶກສາ 373 ຄົນ
14. ສ. ອາເມລິກາ
ມີຈຳນວນນັກສຶກສາ 330 ຄົນ
15. ສ. ຣັດເຊຍ
ມີຈຳນວນນັກສຶກສາ 319 ຄົນ
ທີ່ມາ: khaosod.

