ເຮົາອາດຈະເຄີຍໄດ້ຍິນຄຳເວົ້າທີ່ວ່າ “ເງິນຊື້ຄວາມສຸກບໍ່ໄດ້” ແຕ່ຈາກວຽກງານວິໄຈຫຼ້າສຸດ ເຮົາອາດຈະບໍ່ສາມາດເວົ້າແບບນັ້ນໄດ້ອີກຕໍ່ໄປແລ້ວ.
ວຽກງານວິໄຈນີ້ແມ່ນມາຈາກ ມະຫາວິທະຍາໄລເພນຊິນເວເນຍ (University of Pennsylvania) ເຊິ່ງເປັນການສຶກສາຕໍ່ຍອດຈາກງານວິໄຈເກົ່າທີ່ໄດ້ສະຫຼຸບວ່າ: ເງິນຊື້ຄວາມສຸກໄດ້ແທ້. ເພື່ອຄົ້ນຫາຄຳຕອບວ່າ ເງິນສາມາດມອບຄວາມສຸກໃຫ້ເຮົາໄດ້ຫຼາຍສໍ່າໃດ? ມັນມີຂີດຈຳກັດ ຫຼື ຈຸດອີ່ມຕົວບໍ່? ແລະ ມັນເປັນຄວາມຈິງບໍ່ທີ່ວ່າຄົນລວຍຫຼາຍອາດຈະບໍ່ມີຄວາມສຸກ?
ເຊິ່ງໄດ້ເກັບກຳຂໍ້ມູນຈາກຕົວຢ່າງຫຼາຍກວ່າ 33,000 ຄົນ ທີ່ຢູ່ໃນໄວເຮັດວຽກ ການແບ່ງກຸ່ມຕົວຢ່າງແບ່ງອອກເປັນ 3 ກຸ່ມຫຼັກຄື:
1. ກຸ່ມຊາວອາເມລິກັນທົ່ວໄປ: ຜູ້ທີ່ມີຄວາມພຶງພໍໃຈກັບລາຍໄດ້ຂອງຕົນເອງແລ້ວ.
2. ກຸ່ມຊາວອາເມລິກັນທີ່ມີຖານະຮັ່ງມີ: ກຸ່ມຄົນລວຍ.
3. ກຸ່ມມະຫາເສດຖີ: ຜູ້ທີ່ຕິດອັນດັບ 400 ຂອງຄົນທີ່ລວຍທີ່ສຸດໃນໂລກຂອງ Forbes.
ຂໍ້ມູນທີ່ເກັບມາ: ເປັນແບບສອບຖາມກ່ຽວກັບຄວາມສຸກ ແລະ ຄວາມເພິ່ງພໍໃຈທີ່ມີຄວາມກ່ຽວຂ້ອງກັບລາຍໄດ້.
ຜົນການວິໄຈທີ່ໄດ້ແມ່ນພົບວ່າ ຄວາມສຸກໂດຍລວມມີທ່າອ່ຽງທີ່ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ ຕາມລາຍໄດ້ທີ່ເພີ່ມຂຶ້ນ ແລະ ທີ່ສຳຄັນທີ່ສຸດຄື:
1. ບໍ່ມີຈຸດອີ່ມຕົວ: ຄວາມສຸກບໍ່ເຄີຍເຖິງຈຸດອີ່ມຕົວ ຄວາມສຸກສາມາດເພີ່ມຂຶ້ນໄດ້ຕາມຈຳນວນເງິນທີ່ເພີ່ມຂຶ້ນ ຕະຫຼອດເວລາ.
2. ຫຼັກຖານທີ່ໂຕ້ແຍ້ງແນວຄິດເດີມ: ງານວິໄຈນີ້ໄດ້ໃຫ້ຫຼັກຖານໃໝ່ທີ່ໂຕ້ແຍ້ງແນວຄິດທີ່ວ່າ “ເມື່ອເຮົາມີເງິນຫຼາຍໃນລະດັບໃດໜຶ່ງແລ້ວຄວາມສຸກຈະອີ່ມຕົວ.”
ເຖິງແມ່ນວ່າຜົນການວິໄຈຈະເນັ້ນໜັກເຖິງຄວາມສຳຄັນຂອງເງິນ ແຕ່ຜູ້ນຳການວິໄຈກໍໄດ້ໃຫ້ຂໍ້ສັງເກດເພີ່ມເຕີມວ່າ:
“ເງິນ” ອາດຈະບໍ່ແມ່ນສາເຫດດຽວທີ່ຈະເຮັດໃຫ້ຄົນມີຄວາມສຸກ ມັນຍັງມີປັດໄຈອື່ນໆຮ່ວມຢູ່ດ້ວຍເຊັ່ນ: ເສລີພາບ, ເວລາ, ຄວາມສຳພັນ, ສຸຂະພາບ ແລະ ປະສົບການຊີວິດ. ແຕ່ເຖິງຢ່າງໃດກໍຕາມ, ເງິນກໍນັບເປັນສາເຫດທີ່ໃຫຍ່ທີ່ສຸດອັນໜຶ່ງທີ່ຈະເຮັດໃຫ້ຄົນມີຄວາມສຸກໄດ້.
ທີ່ມາ: NDTV

