32 C
Vientiane
Saturday, January 17, 2026

ອາຫານລາວ ຕິດອັນດັບ 96 ຂອງໂລກ ແລະ ອັນດັບ 7 ອາຊຽນ

ອີງຕາມການຈັດອັນດັບ​ ຈາກ​TasteAtlas ອາຫານທີ່ດີທີ່ສຸດ ແລະ​ ປະທັບໃຈທີ່ສຸດ​ ໃນອາຊຽນ: ປະເທດທີ່ຕິດອັນດັບສູງສຸດແມ່ນ ອິນໂດເນເຊຍ, ອັນດັບ​ 1 ຂອງອາຊຽນ​ ແລະ​ ອັນດັບ​ 10 ຂອງໂລກ,​ ມີຄະແນນປະທັບໃຈເຖິງ 4.48, ອາຫານອິນໂດເນເຊຍ​ ເປັນທີ່ຮູ້ຈັກກັນດີໃນການນຳໃຊ້ເຄື່ອງເທດ, ນ້ຳກະທິຢ່າງເຂັ້ມຂຸ້ນ​ ອາຫານທີ່ຂຶ້ນຊື່ ແລະ​ ນິຍົມ​ ຄື​: ແຣນດັງ (Rendang), ນາຊີ ໂກເຣັງ (Nasi Goreng), ແລະ ຊາເຕ (Satay). ອາຫານຂອງອິນໂດເນເຊຍມີລົດຊາດທີ່ເລິກເຊິ່ງ ແລະ ຖືກປາກຂອງຄົນທົ່ວໂລກ, ເຮັດໃຫ້ກາຍເປັນຜູ້ນຳດ້ານອາຫານຂອງອາຊຽນ.

ຕາມມາດ້ວຍ ປະເທດຫວຽດນາມ ແລະ ໄທ ທີ່ຕິດໜຶ່ງໃນສາມອັນດັບທຳອິດ,​ຫວຽດນາມ ຄວ້າຕຳແໜ່ງອັນດັບທີສອງ ຂອງອາຊຽນ​ ແລະ​ ອັນດັບທີ 16 ຂອງໂລກ.​ດ້ວຍຄະແນນປະທັບໃຈ 4.36, ອາຫານຫວຽດນາມເປັນທີ່ຍອມຮັບໃນລະດັບໂລກ​ ຍ້ອນຄວາມສົດໃໝ່, ຄວາມສົມດຸນຂອງລົດຊາດຫວານ, ສົ້ມ, ເຄັມ, ແລະ ເຜັດ, ພ້ອມທັງອາຫານທີ່ນິຍົມ ຫຼື​ ເປັນສັນຍາລັກ​ ເຊັ່ນ: ເຝີ (Phở) ແລະ ເຂົ້າຈີ່ (Bánh Mì).

ຕາມມາດ້ວຍອັນດັບສາມຂອງອາຊຽນ​ ແມ່ນປະເທດ ໄທ, ອັນດັບໂລກຢູ່ທີອັນດັບ 24 ແລະ ຄະແນນປະທັບໃຈ 4.29, ອາຫານໄທ, ໂດດເດັ່ນດ້ວຍແກງກະທິທີ່ມີກິ່ນຫອມ ແລະ ອາຫານ​ທີ່​ນິຍົມ​ ກໍ່ຍັງຄົງເປັນ​ ຜັດໄທ (Pad Thai).

ນອກເໜືອຈາກສາມອັນດັບທຳອິດແລ້ວ, ປະເທດອື່ນໆກໍໄດ້ສະແດງໃຫ້ເຫັນເຖິງຄວາມສຸດຍອດ ດ້ານອາຫານຂອງອາຊຽນເຊັ່ນກັນ​ ບໍ່ວ່າຈະເປັນ ປະເທດຟີລິບປິນ ແມ່ນຢູ່ອັນດັບ​ 4 ຂອງອາຊຽນ​ ແລະ​ ອັນດັບທີ​ 25 ຂອງໂລກ​ ໂດຍມີຄະແນນຄວາມປະທັບໃຈ 4.28.

ອັນດັບ​ 5 ຂອງອາຊຽນ​ ແມ່ນ​ ປະເທດມາເລເຊຍ​ (ອັນດັບ​ 29​ ຂອງໂລກ) ໂດຍມີຄະແນນ 4.26.

ອັນດັບທີ​ 6 ຂອງອາຊຽນ​ ແມ່ນ​ ປະເທດສິງກະໂປ ມີຄະແນນຄວາມປະທັບໃຈຢູ່ທີ່ 3.95​ ຄະແນນ​ ຢູ​ອັນດັບ​ 90 ຂອງໂລກ.​

ສ່ວນ​ ສປປ ລາວ ໄດ້ຄະແນນຄວາມປະທັບໃຈ 3.95 ຄະແນນ​ ຢູ່​ອັນດັບ​ 7 ຂອງອາຊຽນ​ ແລະ​ ອັນດັບ​ 96 ຂອງໂລກ​ ອາຫານທີ່ເປັກເອກະລັກ ແມ່ນ​ ລາບ.

ທີ່ມາ: seasia

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles