ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ສະເໜີບົດສະຫລຸບໂດຍຫຍໍ້ກ່ຽວກັບຜົນງານຂອງຂະແໜງການລະເບີດບໍ່ທັນແຕກ( ລບຕ) ໃນໄລຍະ 11 ເດືອນຂອງປີ 2025 ຕໍ່ກອງປະຊຸມຂະແໜງ ການແກ້ໄຂບັນຫາລະເບີດບໍ່ທັນແຕກ (The Annual UXO Sector Working Group) ປະຈຳປີ 2025 ເມື່ອວັນທີ 5 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ວ່າ: ໃນ11 ເດືອນເປັນຜົນງານອັນເປັນທີ່ໜ້າພໍໃຈຂອງຂະແໜງການທີ່ໄດ້ກວດກູ້ ໄດ້ 5,268 ເຮັກຕາ ສາມາດບັນລຸໄດ້ 70% ຂອງຄາດໝາຍທີ່ຕັ້ງໄວ້ໃນປີ 2025, ສາມາດບັນລຸການໂຄສະນາຄວາມສ່ຽງໄພໄດ້ຈໍານວນ 683 ບ້ານ ຫລື ຄິດໄລ່ເປັນ 113% ຂອງຄາດໝາຍທີ່ຕັ້ງໄວ້ໃນປີ 2025 ແລະ ທໍາລາຍລະເບີດບໍ່ທັນແຕກໄດ້ 59,039 ໜ່ວຍ ເພື່ອປ່ອຍພື້ນທີ່ດິນທີ່ປອດໄພໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງເປັນບາດກ້າວການພັດທະນາຂຶ້ນໃນທຸກໆປີ.
ເຖິງຢ່າງໃດກໍຕາມ, ຂະແໜງການຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫລວງຄື ຍັງມີອຸບັດເຫດ ລບຕ ເກີດຂຶ້ນທັງໝົດ 11 ຄັ້ງ ໄດ້ເຮັດໃຫ້ມີຜູ້ເຄາະຮ້າຍ 21 ຄົນ, ໃນນັ້ນມີຜູ້ໄດ້ຮັບບາດເຈັບ 16 ຄົນ ແລະ ເສຍຊີວິດ 5 ຄົນ, ຈາກຈໍານວນຜູ້ເຄາະຮ້າຍທັງໝົດກຸ່ມທີ່ມີຄວາມສ່ຽງສູງແມ່ນເດັກນ້ອຍ.
ທີ່ມາ: ຂ່າວເສດຖະກິດການຄ້າ

