ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ອອກປະກາດແຈ້ງເຖິງນັກສຶກສາຈົບຢູ່ພາຍໃນ ແລະ ຕ່າງປະເທດ ສອບເສັງຄັດເລືອກເຂົ້າເປັນລັດຖະກອນໃໝ່ ຈຳນວນ 8 ຕຳແໜ່ງ ໃນຫຼາຍສາຂາວິຊາສະເພາະ ພາຍໃຕ້ເງື່ອນໄຂ ແລະ ລາຍລະອຽດດັ່ງລຸ່ມນີ້:
I. ສາຂາວິຊາສະເພາະທີ່ຕ້ອງການ (ຈຳນວນ 8 ຕຳແໜ່ງ):
1. ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ
2. ສາຂາວິສະວະກຳຄອມພິວເຕີ
3. ສາຂາວິທະຍາສາດຄອມພິວເຕີ
4. ສາຂາວິສະວະກຳເອເລັກໂຕຣນິກ
5. ສາຂາປັນຍາປະດິດ (AI)
6. ສາຂາຕຸລາການ/ກົດໝາຍ
7. ສາຂາບໍລິຫານທຸລະກິດທົ່ວໄປ
8. ສາຂາການເງິນ-ການທະນາຄານ
II. ເງື່ອນໄຂຂອງຜູ້ສະໝັກ:
ເປັນຄົນສັນຊາດລາວໂດຍກຳເນີດ, ມີອາຍຸ 18 ປີຂຶ້ນໄປ, ແຕ່ບໍ່ເກີນ 34 ປີ.
ມີປະຫວັດການກຳເນີດ, ການເຄື່ອນໄຫວຂອງຕົນເອງ ແລະ ຄອບຄົວຈະແຈ້ງ.
ມີວຸດທິການສຶກສາວິຊາສະເພາະປະລິນຍາຕີຂຶ້ນໄປ ໂດຍມີໃບປະກາສະນີຍະບັດ ແລະ ຄະແນນສະເລ່ຍ (GPA) 2.50 ຂຶ້ນໄປ (ສຳລັບຜູ້ທີ່ຈົບມາຈາກຕ່າງປະເທດ ຕ້ອງມີໃບຢັ້ງຢືນທຽບໃບປະກາດຈາກກະຊວງສຶກສາທິການ ແລະ ກິລາ).
ບໍ່ເຄີຍຖືກສານຕັດສິນລົງໂທດ ຫຼື ຕ້ອງໂທດມາກ່ອນ.
ມີສຸຂະພາບແຂງແຮງ.
ມີບ່ອນພັກເຊົາ ແລະ ພາຫະນະທຽວການກຸ່ມຕົນເອງ.
ຖ້າມີຄວາມສົນໃຈ ສາມາດພົວພັນເອົາເອກະສານແບບຟອມສະໝັກດ້ວຍຕົນເອງ ໃນໂມງລັດຖະການ ທີ່ ກົມຈັດຕັ້ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕຶກສີສະເກດ ຊັ້ນ 4 ຫ້ອງ 400), ເວລາສະໝັກໃຫ້ຖືໃບປະກາ ສະນິຍະບັດ, ໃບຄະແນນ, ສໍາມະໂນຄົວ ແລະບັດປະຈໍາຕົວ ມາພ້ອມ, ເລີ່ມເປີດຮັບສະໝັກແຕ່ວັນທີ 05 ພະຈິກ 2026, ປິດຮັບສະໝັກ ຫຼື ຄໍາຮ້ອງວັນທີ 16 ພະຈິກ 2026. ສອບເສັງວັນທີ 23 ພະຈິກ 2026 ທີ່ສະຖາບັນເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ (ຕຶກເຂດຫຼັກສາມ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ), ກະຊວງເຕັກໂນໂລຊີ ແລະ ການສື່ສານ.


