ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ເຂົ້າພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍ ເຈິ່ນ ແທັງ ເໝິ້ນ ກຳມະການກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດຫວຽດນາມ.
ການພົບປະຄັ້ງນີ້ ແມ່ນຢູ່ໃນຂອບການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງສະຫາຍ ສອນໄຊ ສີພັນດອນ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ X.
ໃນການພົບປະ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກຝ່າຍຫວຽດນາມ, ພ້ອມທັງຊົມເຊີຍຜົນສຳເລັດດ້ານການພັດທະນາຂອງຫວຽດນາມ ເຊິ່ງໃນ 9 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວ 9,01%. ພ້ອມກັນນີ້ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບເຖິງສະພາບການຂອງລາວ ໂດຍລະບຸວ່າ ເຖິງແມ່ນຈະປະເຊີນກັບສິ່ງທ້າທາຍຈາກສະພາບການໂລກ ແຕ່ລາວຍັງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ມີອັດຕາການເຕີບໂຕທາງເສດຖະກິດ 4,8% ໃນໄລຍະ 9 ເດືອນຕົ້ນປີ 2026, ພ້ອມທັງສືບຕໍ່ປັບປຸງກົງຈັກການຈັດຕັ້ງທັງຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະສາດລະຫວ່າງລາວ-ຫວຽດນາມ ທີ່ນັບມື້ເລິກເຊິ່ງຍິ່ງຂຶ້ນ. ພ້ອມນີ້ ຍັງໄດ້ທົບທວນຜົນການຮ່ວມມືຂອງສະພາແຫ່ງຊາດສອງປະເທດ ໂດຍສະເພາະການແລກປ່ຽນຄະນະຜູ້ແທນ, ການແລກປ່ຽນບົດຮຽນດ້ານນິຕິກຳ ແລະ ການກວດກາ, ການຈັດພິມປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ” ລວມທັງການປະສານສົມທົບ ແລະ ສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ຝ່າຍລາວໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ, ພ້ອມທັງປັບປຸງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ມຸ່ງໝາຍລົງນາມສະບັບປັບປຸງໃນປີ 2027. ນອກນັ້ນ ຍັງສະເໜີໃຫ້ສອງຝ່າຍຮ່ວມກັນກະກຽມຈັດກິດຈະກຳໃນປີສາມັກຄີມິດຕະພາບ 2027 ເນື່ອງໃນໂອກາດຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ.
ພ້ອມກັນນີ້ ຍັງໄດ້ເນັ້ນໃຫ້ສອງສະພາແຫ່ງຊາດຮ່ວມກັນຕິດຕາມ ແລະ ກວດກາການດຳເນີນໂຄງການຍຸດທະສາດທີ່ສຳຄັນ ໂດຍສະເພາະໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ຫວຸງອາງ ແລະ ທ່າເຮືອຫວຸງອາງ. ນອກຈາກນັ້ນ ຍັງສະເໜີໃຫ້ຝ່າຍຫວຽດນາມແລກປ່ຽນບົດຮຽນກັບຝ່າຍລາວ ໃນດ້ານການຄຸ້ມຄອງວຽກງານທ້ອງຖິ່ນ, ການນຳໃຊ້ປັນຍາປະດິດ (AI) ໃນວຽກງານກົດໝາຍ ແລະ ການຫັນສູ່ລັດຖະສະພາດິຈິຕອນ.
ໃນໂອກາດດຽວກັນ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນລາວມາໂດຍຕະຫຼອດ ພ້ອມທັງໄດ້ເຊື້ອເຊີນ ສະຫາຍ ເຈິ່ນ ແທັງ ເໝິ້ນ ພ້ອມຄະນະ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.
ທີ່ມາ: ປະຊາຊົນ


