WFP ມອບເງິນ 19,26 ຕື້ກີບ ຊ່ວຍຜູ້ປະສົບໄພນ້ຳຖ້ວມສະຫວັນນະເຂດ 15.000 ຄົນ

ສະຫວັນນະເຂດ, 3 ພະຈິກ 2026 ອົງການອາຫານໂລກ (WFP) ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເງິນຊ່ວຍເຫຼືອລວມ 19,26 ຕື້ກີບ (ປະມານ 900.000 ໂດລາສະຫະລັດ) ໃຫ້ປະຊາຊົນຫຼາຍກວ່າ 15.000 ຄົນ ທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ. ພິທີມອບຈັດຂຶ້ນທີ່ບ້ານດົງໝາກໄຟ ເມືອງໄຊບູລີ ໂດຍມີຜູ້ແທນພາກລັດ, ອົງການສາກົນ ແລະ ສະຖານທູດສະຫະລັດປະຈຳລາວ ເຂົ້າຮ່ວມ.

ປະຊາຊົນແຕ່ລະຄົນໄດ້ຮັບເງິນສົດ 60 ໂດລາສະຫະລັດ ເພື່ອໃຊ້ຈ່າຍໃນສິ່ງຈຳເປັນຂອງຄອບຄົວ ເຊັ່ນ ອາຫານ, ຢາປົວພະຍາດ ແລະ ສິ່ງຂອງດ້ານໂພຊະນາການ. ທຶນດັ່ງກ່າວມາຈາກລັດຖະບານສະຫະລັດ ແລະ ຊ່ວຍເຫຼືອ 18 ບ້ານ ໃນ 4 ເມືອງ ຄື ສອງຄອນ, ຈຳພອນ, ໄຊບູລີ ແລະ ຊົນບູລີ.

ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດເຜີຍວ່າ ໃນລະຫວ່າງເດືອນກໍລະກົດ–ກັນຍາ 2026 ລາວປະສົບນ້ຳຖ້ວມຮຸນແຮງ ຈາກພາຍຸເຂດຮ້ອນ ແລະ ຝົນຕົກໜັກໃນລະດູມໍລະສຸມ. ການປະເມີນຮ່ວມຂອງຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ອົງການ UN ພົບວ່າ:

– ຜູ້ໄດ້ຮັບຜົນກະທົບ ປະມານ 345.477 ຄົນ (71.797 ຄອບຄົວ)

– ພື້ນທີ່ ມີ 1.480 ບ້ານ, 99 ເມືອງ, 14 ແຂວງ

– ແມ່ຍິງ ຫຼາຍກວ່າ 159.000 ຄົນ

– ຄວາມເສຍຫາຍ ປະມານ 9,14 ພັນຕື້ກີບ (ຫຼາຍກວ່າ 400 ລ້ານໂດລາ) ກວມເອົາໂຮງຮຽນ, ສະຖານພະຍາບານ, ລະບົບໄຟຟ້າ, ເຄືອຂ່າຍສື່ສານ, ເຮືອນຊານ, ພື້ນທີ່ກະສິກຳ ແລະ ສັດລ້ຽງ

ທ່ານ ມາກ-ອັງເດຣ ພຣອສ ຜູ້ອຳນວຍການ WFP ປະຈຳລາວ ຊີ້ວ່າ ການມອບເງິນສົດໂດຍກົງມີປະສິດທິຜົນ ໂດຍສະເພາະໃນພື້ນທີ່ທີ່ຕະຫຼາດຍັງເຮັດວຽກໄດ້ ແລະ ມີສິນຄ້າພຽງພໍ. ວິທີນີ້ເຮັດໃຫ້ປະຊາຊົນເລືອກຊື້ຕາມຄວາມຕ້ອງການຂອງຕົນ, ກະຕຸ້ນການໝູນວຽນເງິນໃນຊຸມຊົນ ແລະ ຊ່ວຍໃຫ້ຮ້ານຄ້າທ້ອງຖິ່ນຟື້ນຕົວ.

ການຊ່ວຍເຫຼືອຄັ້ງນີ້ຢູ່ພາຍໃຕ້ໂຄງການ 12 ເດືອນ ມູນຄ່າ 11 ລ້ານໂດລາ ທີ່ສະຫະລັດສະໜັບສະໜູນຜ່ານ U.S. Global Award ເປົ້າໝາຍຊ່ວຍຫຼາຍກວ່າ 50.000 ຄົນ ໃນ 3 ແຂວງ ຄື ຫຼວງນ້ຳທາ, ສະຫວັນນະເຂດ ແລະ ເຊກອງ. ນອກຈາກຊ່ວຍເຫຼືອສະເພາະໜ້າ ໂຄງການຍັງເສີມສ້າງຄວາມພ້ອມຮັບມືໄພພິບັດ, ພັດທະນາລະບົບເຕືອນໄພລ່ວງໜ້າ ແລະ ເພີ່ມຂີດຄວາມສາມາດຂອງຊຸມຊົນ.

ທ່ານນາງ ມິເຊວ ເອົາລໍ ຜູ້ແທນສະຖານທູດສະຫະລັດປະຈຳລາວ ຢືນຢັນຄວາມມຸ່ງໝັ້ນຂອງສະຫະລັດ ໃນການສະໜັບສະໜູນປະຊາຊົນລາວ ດ້ານມະນຸດສະທຳ ແລະ ການຮັບມືຜົນກະທົບຈາກການປ່ຽນແປງສະພາບອາກາດ.

ເຖິງແມ່ນເງິນຊ່ວຍເຫຼືອຈະບັນເທົາຄວາມເດືອດຮ້ອນໄດ້ໃນໄລຍະສັ້ນ ແຕ່ສິ່ງສຳຄັນຕໍ່ໄປ ຄືການຟື້ນຟູອາຊີບ ແລະ ການຜະລິດກະສິກຳ ພ້ອມສ້າງລະບົບປ້ອງກັນໄພພິບັດທີ່ເຂັ້ມແຂງ ເພື່ອໃຫ້ປະຊາຊົນກັບສູ່ຊີວິດປົກກະຕິ ແລະ ຮັບມືສະຖານະການຄ້າຍຄືກັນໄດ້ດີຂຶ້ນ.

ທີ່ມາ: Vientiane Mai

Related Articles

0FansLike
194FollowersFollow
0SubscribersSubscribe
- Advertisement -spot_img

Latest Articles