ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງ ພະນັກງານ ແລະ ນັກສຶກສາ ຊາບວ່າ: Swami Vivekanand National Institute of Rehabilitation Training and Research (SVNIRTAR) ປະເທດອິນເດຍ ສະເໜີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວ ປະຈຳສົກປີ 2026-2027 ໃນລະດັບປະລິນຍາຕີ ມີ 04 ສາຂາວິຊາ ຮຽນຄື:
– Physiotherapy,
– Occupational Therapy,
– Prosthetics & Orthotics and
– Audiology, Speech Language Pathology.
ໃນລະດັບປະລິນຍາໂທ ມີ 03 ສາຂາວິຊາຮຽນຄື:
– Physiotherapy,
– Occupational Therapy,
– Prosthetics & Orthotics
ເປີດສະໝັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ທີ່ Odisha Uiversity of Health Sciences., ພາຍໃຕ້ທຶນການສຶກສາຂອງ Swami Vivekanand National Institute of Rehabilitation Training and Research (SVNIRTAR) ປະເທດ ອິນເດຍ.
ສໍາລັບຂໍ້ມູນລາຍລະອຽດ, ເງື່ອນໄຂຂອງຜູ້ໃຫ້ທຶນການສຶກສາຕ່າງໆ ແລະ ວິທີການສະໝັກຜູ້ສົນໃຈເຂົ້າເບີ່ງທີ່ເວັບໄຊ ກ້ອງຄອມເມັ້ນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະໝັກໃຫ້ທັນເວລາດ້ວຍ.
ລາຍລະອຽດທຶນ: www.svnirtrar.nic.in,
ຫຼື ພົວພັນ Email: nirtar@ori.nic.in. svnirtrar@gmail.com.
ພາຍຫຼັງສະໝັກສໍາເລັດແລ້ວໃຫ້ພິມແບບຟອມສະໝັກ ແລະ ເອກະສານທັງໝົດ ຈຳນວນ 01 ສະ ບັບ ສົ່ງມາຍັງພະແນກຄຸ້ມຄອງທຶນການສຶກສາ ແລະ ນັກຮຽນ – ນັກສຶກສາ (ຫ້ອງ107-108, ຊັ້ນ 01 ຂອງອາຄານ 04 ຊັ້ນ, ເຂດສະໜາມກິລາເຈົ້າອານຸວົງ) ກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ.


