ຍີ່ປຸ່ນ ມອບ 100ທຶນ ສຳລັບນັກຮຽນຊັ້ນມ.ປາຍ ຢູ່ລາວ ກຳປູເຈຍ ໄທ ແລະ ຫວຽດນາມ ໄປຮຽນຢູ່ຍີ່ປຸ່ນ

ນະຄອນຫຼວງວຽງຈັນ – ໂຄງການ Asia Kakehashi Project Plus ກຳລັງເປີດໃຫ້ທຶນການສຶກສາ 100 ທຶນ ສຳລັບນັກຮຽນມັດທະຍົມຈາກ 4 ປະເທດ ລວມທັງ ສປປ ລາວ, ກຳປູເຈຍ, ຫວຽດນາມ ແລະ ໄທ ເພື່ອໄປສືບຕໍ່ການສຶກສາຢູ່ໂຮງຮຽນມັດທະຍົມໃນປະເທດຍີ່ປຸ່ນ ພ້ອມທັງໄດ້ປະສົບການວັດທະນະທຳຍີ່ປຸ່ນ.

ໂຄງການນີ້ຈັດຂຶ້ນໂດຍລັດຖະບານຍີ່ປຸ່ນ ຮ່ວມກັບອົງການ AFS Intercultural Programs ເພື່ອສ້າງຄວາມສຳພັນລະຫວ່າງນັກຮຽນມັດທະຍົມໃນຍີ່ປຸ່ນ ແລະ ທົ່ວເອເຊຍ ຕັ້ງແຕ່ປີ 2023 ຫາ 2027.

ນັກຮຽນທີ່ຖືກຄັດເລືອກຈະໄດ້ຮັບທຶນເຕັມຈຳນວນ ເພື່ອໄປຮຽນຢູ່ໂຮງຮຽນມັດທະຍົມໃນຍີ່ປຸ່ນ. ນັກຮຽນຈະໄດ້ພັກຢູ່ຫໍພັກ ຫຼື ພັກກັບຄອບຄົວອຸປະຖຳ ພ້ອມທັງເຂົ້າຮ່ວມກິດຈະກຳດ້ານວັດທະນະທຳ, ຊຸມຊົນ ແລະ ອຸດສາຫະກຳ.

ຄຸນສົມບັດຜູ້ສະໝັກ

ໃນຮອບທີ 4 ນີ້, ທຶນການສຶກສາເປີດໃຫ້ກັບນັກຮຽນທີ່ມີອາຍຸ 15 ຫາ 18 ປີ ທີ່ເກີດລະຫວ່າງວັນທີ 2 ເມສາ 2008 ຫາ 1 ເມສາ 2011. ຜູ້ສະໝັກຕ້ອງເປັນນັກຮຽນຊັ້ນມັດທະຍົມຕອນຕົ້ນປີສຸດທ້າຍ ຫາ ມັດທະຍົມຕອນປາຍປີທີ 2.

ຜູ້ສະໝັກຕ້ອງມີຜົນການຮຽນດີ ໂດຍຕ້ອງໄດ້ຢ່າງໜ້ອຍ 60 ສ່ວນຮ້ອຍ ໃນແຕ່ລະວິຊາຈາກການສອບຄັ້ງລ່າສຸດ ແລະ ມີຄະແນນສະເລ່ຍຢ່າງໜ້ອຍ 70 ສ່ວນຮ້ອຍ ຕໍ່ວິຊາໃນໄລຍະ 2 ປີທີ່ຜ່ານມາ.

ກຳນົດເວລາສະໝັກ

ການສະໝັກອອນລາຍເປີດຕັ້ງແຕ່ວັນທີ 30 ມັງກອນ ຫາ 26 ກຸມພາ ນີ້. ການສອບພາສາອັງກິດອອນລາຍຈະຈັດຂຶ້ນໃນວັນທີ 1 ມີນາ, ຕິດຕາມດ້ວຍການສຳພາດໃນຕົ້ນເດືອນມີນາ. ລາຍລະອຽດ ກ່ຽວກັບທຶນ ແລະ ວິທີການສະໝັກ ອ່ານໄດ້ ຢູ່ລິ້ງ ກ້ອງຄອມເມັ້ນ.

ໂຄງການແລກປ່ຽນດ້ານວິຊາການນີ້ຈະດຳເນີນຕັ້ງແຕ່ເດືອນສິງຫາ ຫາ ທັນວາ ປີນີ້.

ນີ້ເປັນໂອກາດທີ່ດີສຳລັບເຍົາວະຊົນລາວທີ່ຕ້ອງການຂະຫຍາຍວິໄສທັດ ແລະ ພັດທະນາຄວາມສາມາດດ້ານພາສາ ແລະ ວັດທະນະທຳສາກົນ.

Lao Youth Radio

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles