ສະເຫຼີມສະຫຼອງວັນຊາດອົດສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດຂອງສອງປະເທດຄົບຮອບ 74 ປີ

ໃນວັນທີ 5 ກຸມພາ 2026, ສະຖານທູດອົດສະຕຣາລີ ປະຈຳລາວ ຈັດງານວັນຊາດອົດສະຕຣາລີ, ໂດຍມີແຂກມາຮ່ວມງານຢ່າງຫຼວງຫຼາຍ ເພື່ອສະເຫຼີມສະຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ.

ແຂກຜູ້ມີກຽດທີ່ເຂົ້າຮ່ວມ ປະກອບມີ ທ່ານນາງ ບຸນຄຳ ວໍລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແລະ ທ່ານນາງ ຟອງສະໝຸດ ອັນລະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໃນງານດັ່ງກ່າວຍັງພະນັກງານຂັ້ນສູງ, ນັກການທູດ, ນັກທຸລະກິດ ແລະ ຜູ້ຕ່າງໜ້າຈາກອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີປະຈຳ ສປປ ລາວ ໄດ້ເປັນກຽດຂຶ້ນກ່າວໃນງານດັ່ງກ່າວ, ໂດຍກ່າວເຖິງຄວາມສຳຄັນຂອງວັນຊາດອົດສະຕຣາລີ (26 ມັງກອນ), ໂດຍສະເພາະປະຫວັດຄວາມເປັນມາ, ວັດທະນະທຳ ແລະຜົນສຳເລັດຕ່າງໆທີ່ໃຫ້ອົດສະຕຮາລີເປັນທັນສະໄໝ ແລະມີວັດທະນະທຳຊົນເຜົ່າທີ່ຫຼາກຫຼາຍ.

ທ່ານນາງ ເມແກັນ ກ່າວວ່າ: “ພວກເຮົາພູມໃຈກັບປະເທດຊາດຂອງພວກເຮົາທີ່ຄວາມຫຼາກຫຼາຍທາງດ້ານວັດທະນະທຳ – ມີຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນຫຼາຍກວ່າ 300 ກຸ່ມ, ໃນຈຳນວນນີ້ມີຄົນອົດສະຕຣາລີຫຼາຍກວ່າໜື່ງລ້ານຄົນ ທີ່ເຊື້ອສາຍຄອບຄົວຈາກພາກພື້ນອາຊີຕາເວັນອອກສຽງໃຕ້. ພວກເຮົາຮັບຮູ້ວ່າ ປະເທດຊາດທີ່ທັນສະໄໝຂອງພວກເຮົາ ມາຈາກວັດທະນະທຳຊົນເຜົ່າທີ່ຕໍ່ເນື່ອງຍາວນານມາຫຼາຍກວ່າ 65,000 ພັນປີ – ເຊິ່ງເປັນວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ.

ພວກເຮົາຖືເອົາໂອກາດນີ້ ເບິ່ງໄປທາງໜ້າສູ່ອະນາຄົດຮ່ວມກັນ ແລະ ເປັນໂອກາດທີ່ຈະໄດ້ພິຈາລະນາບົດບາດຂອງພວກເຮົາໃນພາກພື້ນນີ້ ແລະ ໃນໂລກ. ແນ່ນອນ, ລວມທັງ ສາຍພົວພັນຂອງພວກເຮົາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມເຖິງມິດຕະພາບທີ່ແໜ້ນແຟ້ນ, ຍາວນານຂອງອົດສະຕຣາລີ ແລະ ສປປ ລາວ.”

ປີນີ້ ລາວ ແລະ ອົດສະຕຣາລີ ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 74 ປີ, ເຊິ່ງແມ່ນສາຍພົວພັນສອງຝ່າຍ ທີ່ ຕໍ່ເນື່ອງຍາວນານທີ່ສຸດ ທີ່ ສປປ ລາວ ມີຮ່ວມກັບຕ່າງປະເທດ. ການຮ່ວມມືລະຫວ່າງສອງປະເທດຂອງພວກເຮົາມີຄວາມຍືນຍົງຜ່ານການຜັນແປ ແລະສິ່ງທ້າທາຍຕ່າງໆຂອງໂລກ ລວມເຖິງການປ່ຽນແປງດ້ານບູລິມະສິດຕ່າງໆ – ແຕ່ ສາຍພົວພັນຂອງພວກເຮົາສືບຕໍ່ແໜ້ນແຟ້ນເຂັ້ມແຂງ ຍ້ອນຖືກສ້າງຂື້ນບົນຈິດໃຈເຊື່ອໝັ້ນເຊິ່ງກັນແລະກັນ, ເຄົາລົບເຊິ່ງກັນແລະກັນ ແລະ ເປັນມິດຕະພາບທີ່ແທ້ຈິງ.

ອົດສະຕຣາລີໃຫ້ຄຳໝັ້ນສັນຍາທີ່ຈະເສີມຂະຫຍາຍການຮ່ວມມືກັບ ສປປລາວພາຍໃຕ້ສັນຍາຄູ່ຮ່ວມມືຮອບດ້ານທີ່ລົງນາມກັນໂດຍນາຍົກລັດຖະມົນຕີຂອງທັງສອງປະເທດໃນປີ 2024. ການຮ່ວມມືດັ່ງກ່າວກວມເອົາຫຼາຍຂົງເຂດທີ່ສຳຄັນ ເຊັ່ນ ການສຶກສາ, ສາທາລະນະສຸກ, ການຄ້າ ແລະ ການລົງທຶນ, ພະລັງງານ, ຄວາມໝັ້ນຄົງທາງໄຊເບີ, ອາຊະຍາກຳຂ້າມຊາດ, ວຽກງານປ້ອງກັນປະເທດ ແລະ ການບັງຄັບໃຊ້ກົດໝາຍ.

ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີຜ່ານມາ, ນັກສືກສາລາວ ທີ່ໄດ້ໄປຮຽນຕໍ່ຢູ່ອົດສະຕຣາລີ – ແລະກັບຄືນມາບ້ານ ພ້ອມດ້ວຍທັກສະ ແລະຄວາມຮູ້ຄວາມສາມາດໃຫ່ມຫຼາຍດ້ານ ລວມເຖິງມິດຕະພາບທີ່ຕິດໂຕຕະຫຼອດຊີວິດ. ປະຈຸບັນ ມີອາດີດນັກສືກສາຈົບຈາກອົດສະຕຣາລີ ຫຼາຍກວ່າ 2,600 ຄົນຢູ່ໃນ ສປປ ລາວ ທີ່ພວມປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດໃນພາກລັດ, ພາກເອກະຊົນ, ໜ່ວຍງານວິທະຍາສາດ, ຂະແໜງສາທາ ແລະຂະແໜງສີລະປະ ວັດທະນະທຳອື່ນໆ.

ໃນປີ 2025, ອົດສະຕຣາລີສະໜັບສະໜູນ ສປປລາວໃນການຕໍ່ສູ້ກັບພະຍາດໄຂ້ເລືອດອອກ ເຊິ່ງໄດ້ມີການ ປ່ອຍຍຸງທີ່ມີເຊື້ອ Wolbachia ຈໍານວນ 48 ລ້ານໂຕ ທົ່ວນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ພວກເຮົາຍັງ ສະໜັບສະໜູນຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງວັນສື່ມວນຊົນຄົບຮອບ 75 ປີ ແລະສະໜັບສະໜູນການສຳຫຼວດພົນລະເມືອງລາວທົ່ວປະເທດຄັ້ງທີ 5.

ອົດສະຕຣາລີ ຍັງໃຫ້ຄຳໝັ້ນສັນຍາ ທີ່ຈະຮັດແໜ້ນກ່ານຮ່ວມມືເສດຖະກິດກັບສປປ ລາວ ພາຍໃຕ້ແຜນງານ ທີ່ເອີ້ນວ່າ: ຍຸດທະສາດເສດຖະກິດອາຊີຕາເວັນອອກສຽງໃຕ້ ຂອງອົດສະຕຣາລີເຖິງປີ 2040.

ໃນປີກາຍນີ້, ບໍລິສັດ Costa ຂອງອົດສະຕຣາລີໄດ້ລົງທຶນປູກໝາກບູເບີຣີ ຢູ່ເມືອງປາກຊ່ອງ, ແຂວງຈຳປາສັກ ແລະມາຮອດປະຈຸບັນ ບໍລິສັດ ໄດ້ປູກໝາກບູເບີຣີໄດ້ 73 ເຮັກຕາ ແລະ ສ້າງວຽກເຮັດງານທຳໄດ້ ຫຼາຍກວ່າ 200 ຄົນ, ສ່ວນໃຫຍ່ແມ່ນຄົນລາວ.

ປີນີ້ ພວກເຮົາເສີມຂະຫຍາຍການຮ່ວມມືກັບສປປລາວເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໂດຍຜ່ານໂຄງການໃຫມ່ ເຊັ່ນວ່າ: ໂຄງການເສີມສ້າງຄວາມເຂັ້ມແຂງດ້ານກະສິກຳ ລາວ-ອົດສະຕຣາລີ.

ປີໜ້າ ຈະຄົບຮອບ 75 ປີ ແຫ່ງ ສາຍພົວພັນສອງຝ່າຍລາວ-ອົດສະຕຣາລີ. ເປັນປີທີ່ສອງປະເທດຂອງພວກເຮົາ ຈະຮ່ວມກັນທົບທວນຕື່ມວ່າ ພວກເຮົາຮ່ວມເດີນທາງຄຽງຄູ່ກັນມາຕາມເສັ້ນທາງອັນຍາວໄກນີ້ຮອດໃສແລ້ວ – ແລະເບິ່ງທາງໜ້ານຳກັນດ້ວຍຄວາມຫວັງ ໃນສິ່ງທີ່ພວກເຮົາສາມາດຍາດໄດ້ ເປົ້າໝາຍທີ່ວາງໄວ້ຮ່ວມກັນ.

ຮູບພາບ: ໜັງສືພິມ ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles