ຫຼວງພະບາງເກັບລາຍຮັບເຂົ້າລັດໄດ້ທັງໝົດ 2,127 ຕື້ກີບ ໃນປີ 2025

ແຂວງຫລວງພະບາງ ຕັ້ງຢູ່ພາກເໜືອຂອງ​ ສປປ ລາວ, ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກຈາກອົງການ UNESCO, ເຮັດໃຫ້ມີທ່າແຮງດ້ານລາຍຮັບຫຼັກຈາກການທ່ອງທ່ຽວ, ເສດຖະກິດມະຫາພາກໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີ 2025 ສາມາດປະຕິບັດໄດ້ທັງໝົດ 2,127 ຕື້ກີບເທົ່າກັບ 172,68% ຂອງແຜນການປີ.

ທ່ານ ຄໍາເພັດ ສີລາທອງນິດ ຮອງຫົວໜ້າພະແນກການເງິນແຂວງຫລວງພະບາງ ໄດ້ໃຫ້ສຳພາດວ່າ: ໃນປີ 2025 ແຂວງຫລວງພະບາງ, ໄດ້ຮັບແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈໍານວນ 1,232 ຕື້ກີບ.​ໃນນີ້, ລາຍຮັບພູດສູນກາງແຜນການ 49.80 ຕື້ກີບ; ລາຍຮັບພູດທ້ອງຖິ່ນແຜນການ 1,182 ຕື້ກີບ; ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານເກັບລາຍຮັບໝົດປີ 2025 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 2,127 ຕື້ກີບ.

ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 83.75 ຕື້ກີບເທົ່າກັບ 168.18% ຂອງແຜນດັດແກ້, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 1,605 ຕື້ກີບເທົ່າກັບ 165.75% ຂອງແຜນດັດແກ້; ລາຍຮັບສ່ວນໃຫຍ່ຂອງແຂວງຫລວງພະບາງ ແມ່ນໄດ້ຈາກຂະແໜງບໍລິການເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານສະດວກຊື້, ຮ້ານກາເຟ, ລົດຕູ້ນໍາທ່ຽວ, ເຮືອນໍາທ່ຽວ, ເຮືອບັກ ແລະ ການເຄື່ອນໄຫວທຸະກິດທີ່ເກີດຂຶ້ນໃໝ່.

ນອກນີ້, ປັດໄຈຫຼັກໆທີ່ພາໃຫ້ການຈັດເກັບລາຍຮັບໄດ້ລື່ນແຜນການແມ່ນການນໍາໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຢູ່ບັນດາແຫຼ່ງທ່ອງທ່ຽວຕ່າງໆ, ການຈັດເກັບລາຍຮັບຈາກຫົວໜ່ວຍຖານລາຍຮັບໃຫຍ່ເຊັ່ນ: ບໍລິສັດ ບໍ່ແຮ່ ທຽນຈີນຫົວຄານ, ບໍລິສັດ ວາບ ດາຕາ ເຕັກໂນໂລຊີ.

ພ້ອມດຽວກັນນີ້ດ້ານພື້ນຖານໂຄງລ່າງ, ການເຊື່ອມຈອດທາງລົດໄຟລາວ-ຈີນ​ ເຮັດໃຫ້ເສດຖະກິດຂະຫຍາຍຕົວ, ການຂົນສົ່ງສິນຄ້າ, ການເດີນທາງຂອງນັກທ່ອງທ່ຽວສະດວກສະບາຍຂຶ້ນຫຼາຍ.

ທ່ານ ຄໍາເພັດ ສີລາທອງນິດ ກ່າວຕື່ມອີກວ່າ: ສຳລັບທິດທາງແຜນການປີ 2026 ພະແນກການເງິນແຂວງຫລວງພະບາງ​ ໄດ້ຮັບຕົວເລກທັງພູດສູນກາງ ແລະ ທ້ອງຖິ່ນທັງໝົດ 1,117.27 ຕື້ກີບ. ເພື່ອບັນລຸໄດ້ຕາມລະດັບຄາດໝາຍຈະສືບຕໍ່ຂະຫຍາຍຖານລາຍຮັບ, ຫັນທຸລະກິດໃໝ່ໆເຂົ້າສູ່ລະບົບດິຈິຕອນ, ປັບປຸງລະບົບທີ່ທັນສະໄໝເຂົ້າໃນການເກັບລາຍຮັບເປັນຕົ້ນ: ການຕິດຕັ້ງ ແລະ ນຳໃຊ້ລະບົບໃບເກັບເງິນເອເລັກໂຕນິກ (E-Tax-Invoice), ຕິດຕັ້ງເຄື່ອງສະແກນເຂົ້າຊົມແຫຼ່ງທ່ອງທ່ຽວ, ນໍາໃຊ້ເຄື່ອງ POS ພິມບັດເຂົ້າຊົມກັບທີ່ຢູ່ບັນດາແຫຼ່ງທ່ອງທ່ຽວຕ່າງໆ, ການເກັບພາສີທີ່ດິນ (LTMS) ນໍາອີກດ້ວຍ.

ທີ່ມາ: ກະຊວງການເງິນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles