21.1 C
Vientiane
Sunday, January 18, 2026

ທຶນການສຶກສາຕໍ່ ປະລິນຍາໂທ-ເອກ ຢູ່ ສປຈີນ ຮຽນເປັນພາສາອັງກິດ ເປີດໃຫ້ຄົນລາວສະໝັກແລ້ວ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ-ນັກສຶກສາຊາບວ່າ: Guangxi University ສປ.ຈີນ ໃຫ້ທຶນການສຶກສາແກ່ພະນັກງານ ແລະ ນັກສຶກສາລາວ ທົ່ວໄປ ທີ່ມີຄວາມສົນໃຈຢາກໄປສຶກສາ ຕໍ່ ໃນລະດັບ ປະລິນຍາໂທ ໄລຍະຮຽນ 03 ປີ ແລະ ປະລິນຍາເອກ ໄລຍະຮຽນ 04 ປີ, ຫຼັກສູດຮຽນເປັນ ພາສາ ອັງກິດ ມີວິຊາ: Sciences ແລະ Engineering, ນອກຈາກນີ້ແມ່ນຫຼັກສູດຮຽນເປັນ ພາສາຈີນ. ສໍາລັບສາຂາວິຊາຮຽນ ໃຫ້ເຂົ້າເບິ່ງເວັບໄຊໃນຂໍ້ III,

ລາຍລະອຽດດັ່ງນີ້:

1. ເງື່ອນໄຂຜູ້ສະໝັກ

– ຕ້ອງເປັນຄົນລາວຖືສັນຊາດລາວ/ຖືສັນຊາດລາວ, ສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;

– ອາຍຸບໍ່ເກີນ 35 ປີ ສໍາລັບປະລິນຍາໂທ ແລະ 40 ປີ ສໍາລັບປະລິນຍາເອກ;

ສໍາເນົາໃບປະກາສະນີຍະບັດ ແລະ ຄະແນນຈົບ ລະດັບສູງສຸດ.

– ຜູ້ສະໝັກ ຫຼັກສູດພາສາຈີນ ຕ້ອງມີລະດັບພາສາຈີນ HSK 4, ຫຼັກສູດພາສາອັງກິດຕ້ອງມີ IELT 6.0 ຫຼື TOEFL 80.

II. ນະໂຍບາຍທີ່ຈະໄດ້ຮັບ

ຄ່າຮຽນ, ຫໍພັກ, ເບ້ຍລ້ຽງ, ຄ່າປະກັນສຸຂະພາບ. ສໍາລັບຄ່າເດີນທາງໄປ-ກັບ ລະຫວ່າງປະເທດ ນັກສຶກສາ ຮັບຜິດຊອບເອງ.

III. ວິທີສະໝັກ

ເງື່ອນໄຂລະອຽດຂອງຜູ້ສະໝັກສະເໜີໃຫ້ເບິ່ງເພີ່ມເຕີມຕາມເວັບໄຊ ກ້ອງຄອມເມັ້ນ ຫຼື ພົວພັນ Mr.Chen Lang ວີແຊັດໄອດີ STUDY-AT-GXU ສະໝັກຜ່ານທາງອອນລາຍ ແລະ ສົ່ງເອກະສານຜ່ານ ອີເມວ lxs@gxu.edu.cn. ປິດຮັບສະໝັກວັນທີ 15 ກຸມພາ 2026.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles