ເພື່ອເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫຼາດ ມີສະຖຽນລະພາບເວົ້າລວມ, ເວົ້າສະເພາະແມ່ນເພື່ອ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ຜົນປະໂຫຍດຂອງລັດ ແລະ ຜູ້ດຳເນີນທຸລະ ກິດ ຫຼີກເວັ້ນການກັກຕຸນ, ການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຊ່ວງເທດສະການ ສະເຫຼີມສະຫຼອງບຸນປີໃໝ່ສາກົນ, ປີໃໝ່ລາວ ແລະ ງານເທດສະການຕ່າງໆ ຂອງຜູ້ປະກອບການ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຶ່ງໄດ້ອອກແຈ້ງການ:

1. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ເປັນເຈົ້າການປະສານກັບພາກສ່ວນທີ່ ກ່ຽວຂ້ອງ ຢູ່ພາຍໃນເມືອງ, ນະຄອນ ໂດຍສະເພາະຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າ ບໍລິການ ຂັ້ນເມືອງ ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ ຢ່າງເຂັ້ມງວດ ໂດຍໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ປະເພດສະບຽງອາຫານເຊັ່ນ: ປະເພດເຂົ້າກິນ, ປະເພດຊີ້ນໝູ, ງົວ, ຄວາຍ, ໄກ່, ປາ ແລະ ພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ ແລະ ບໍລິໂພກ ແລະ ສິນຄ້າທົ່ວ ໄປທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໃຫ້ມີຄວາມສະຫງົບ ແລະ ສາມາດຕອບສະ ໜອງກັບຄວາມຕ້ອງການ ຂອງສັງຄົມ ພ້ອມທັງຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ ເປັນປົກກະຕິ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ;

2. ເປັນເຈົ້າການລະດົມ, ຊຸກຍູ້ໃຫ້ຜູ້ປະກອບການ, ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ກໍຄືກົດລະບຽບທີ່ ພັກລັດວາງອອກໃນແຕ່ລະໄລຍະ ຕາມດຳລັດ 474/ນຍ ແລະ ຕາມລະບຽບການທີ່ກ່ຽວຂ້ອງ ເປັນຕົ້ນ ການຄິດໄລ່ໂຄງປະກອບລາຄາສິນຄ້າ ໃນແຕ່ລະຂອດຢ່າງຊັດເຈນ (ການແຈ້ງຕົ້ນທຶນການຜະລິດ, ຕົ້ນ ທຶນການນຳເຂົ້າ ແລະ ຂອດການຂາຍຍົກ-ຂາຍຍ່ອຍ) ການຕິດສະຫຼາກສິນຄ້າເປັນພາສາລາວ, ການ ຕິດລາຄາສິນຄ້າ, ການຕິດປະກາດ ຫຼື ໂຄສະນາ ລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ ພ້ອມທັງ ຊຸກຍູ້ໃຫ້ບັນດາຜູ້ປະກອບການ ໃນການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນໃນຊ່ວງເທດສະເຫຼີມສະຫຼອງບຸນ ປີໃໝ່ສາກົນ, ປີໃໝ່ລາວ ແລະ ງານເທດສະການຕ່າງໆ.

3. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ແຕ່ງຕັ້ງເຈົ້າໜ້າທີ່ການຄ້າ ໂດຍສົມທົບກັບ ຂະແໜງການທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ລົງຈັດຕັ້ງປະຕິດບັດຕິດຕາມ, ກວດກາສິນຄ້າ ແລະ ຄ່າ ບໍລິການ ໃນຊ່ວງເທດສະການສະເຫຼີມສະຫຼອງບຸນປີໃໝ່ສາກົນ, ປີໃໝ່ລາວ ແລະ ງານເທດສະການ ຕ່າງໆ ໃນກໍລະນີພົບເຫັນວ່າມີການລະເມີດ ຫຼື ຝ່າຜືນ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ແລະ ການກັກຕຸນສິນຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມລັດກຳນົດ, ການ ຕິດປະກາດ ຫຼື ໂຄສະນາ ລາຄາສິນຄ້າ ແລະ ຄ່າບໍລິການເປັນເງິນຕາຕ່າງປະເທດ, ການວັດແທກຊັ່ງ ຜອງ ( ຕາຊິງຕາຊັ່ງ ) ບໍ່ໄດ້ມາດຖານ, ການຈຳໜ່າຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບ ( ສິນຄ້າ ເຖື່ອນ ) ການຈໍາໜ່າຍສິນຄ້າລອກຮຽນແບບ ແລະ ອື່ນໆ ແມ່ນໃຫ້ໃຊ້ມາດຕະການກ່າວເຕືອນດ້ວຍ ການເຮັດບົດບັນທຶກ, ພ້ອມທັງໃຊ້ມາດຕະການຕາມກົດໝາຍ ແລະ ກົດລະບຽບອື່ນໆ ທີ່ກ່ຽວ ຂ້ອງຢ່ງເຂັ້ມງວດ.

4. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ເອົາໃຈໃສ່ລົງຕິດຕາມການປັບຂຶ້ນ-ລົງລາຄາ ນໍ້າມັນເຊື້ອໄຟ ຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນແຕ່ລະໄລຍະ ເພື່ອຫຼີກລ່ຽງ ການສວຍໂອກາດຂອງຜູ້ປະກອບການ ທີ່ບໍ່ປະຕິບັດຕາມແຈ້ງການ.

5. ໃຫ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ

(ຂະແໜງການຄ້າພາຍໃນ)ຮັບຊາບຢ່າງເປັນປະຈຳເພື່ອເປັນຂໍ້ມູນໃນການລາຍງານຂັ້ນເທິງໃນຂັ້ນຕໍ່ໄປ.

6. ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ເຜີຍແຜ່, ແນະນໍາ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles