ເປີດແລ້ວ ທຶນການສຶກສາ ໄປຮຽນຕໍ່ປະເທດອິນເດຍ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນ ຊາບວ່າ: Institute of Technology Gandhinagar (IITGN) ປະເທດ ອິນເດຍ ເປີດສະໝັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກ ສາຕໍ່ທີ່ປະເທດດັ່ງກ່າວ ປະຈຳສົກປີ 2026-2027, ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ພາຍໃຕ້ທຶນການສຶກ ສາຂອງ Institute of Technology Gandhinagar ປະເທດ ອິນເດຍ.

ສໍາລັບສາຂາວິຊາຮຽນ, ຂໍ້ມູນລາຍລະອຽດຜູ້ສົນໃຈສາມາດເຂົ້າເບີ່ງທີ່ເວັບໄຊ

www. https://sites .iitgn.ac.in/international-admissions/ & Email: iso@iitgn.ac.in ໂທພົວພັນ +91 79 2395 2054 ສະໝັກອອນລາຍ https://admissions.iitgn.ac.in/pginternatioal/login, Study in India: https://studyinginindia.gov.in/ ລະບົບອອນລາຍປິດວັນທີ 31 ເມສາ 2026.

ພາຍຫຼັງສະໝັກອອນລາຍສໍາເລັດແລ້ວໃຫ້ສໍາເນົາເອກະສານ 01 ຊຸດ, ມາຍັງກົມກິດຈະການນັກສຶກສາ, ພະ ແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108)ຕາມໂມງລັດຖະການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະໝັກໃຫ້ທັນເວລາດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles