ແຈ້ງການຫຼີກລ່ຽງເສັ້ນທາງຊົ່ວຄາວໃນນະຄອນຫຼວງວຽງຈັນ 4-8 ໂມງເຊົ້າ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ ລົດ ໃຊ້ຖະໜົນໃນທົ່ວ ນະຄອນຫຼວງວຽງຈັນ ຮັບຊາບວ່າ: ວັນອາທິດ, ທີ 8 ມີນາ 2026, ນັບແຕ່ ເວລາ 4:30 – 8:00 ໂມງ, ກົມກິລາລະດັບສູງ, ສະຫະພັນກິລາແລ່ນ-ລານແຫ່ງຊາດ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ອີເຟັບຈີ ລາວ (EFG Laos) ຈະໄດ້ຈັດການແຂ່ງຂັນກິລາແລ່ນວຽງຈັນຮາຟມາຣາທອນນາໆຊາດ ຄັ້ງທີ 9 ເພື່ອເປັນການ ສົ່ງເສີມການອອກກໍາລັງກາຍ ຫຼິ້ນກິລາ ແລະ ສະໜັບສະໜູນການທ່ອງທ່ຽວລາວ ເຊິ່ງໄດ້ນໍາໃຊ້ເສັ້ນທາງໃນການ

ແລ່ນແຂ່ງຂັນ ດັ່ງນີ້:

ໄລຍະ 21 ກິໂລແມັດ, ນັກແລ່ນ 800 ຄົນ, ປ່ອຍໂຕ ເວລາ 4:30 – 8:00 ໂມງ, ຈຸດເລີ້ມອອກຈາກ ເດີ່ນ ພະທາດຫຼວງ ລ້ຽວຂວາຢູ່ປະຕູໄຊ ເຂົ້າຖະໜົນລ້ານຊ້າງ ຮອດ ສີ່ແຍກໄຟອຳນາດສີສະເກດ ລ້ຽວຂວາເຂົ້າຖະໜົນ ສາມແສນໄທ ລ້ຽວຊ້າຍສີ່ແຍກໄຟອຳນາດສີຫອມ ຮອດ ວົງວຽນປາກປ່າສັກ ລ້ຽວຊ້າຍເຂົ້າຖະໜົນດອນຈັນ (ແຄມຂອງ) ຮອດ ສີ່ແຍກໄຟອຳນາດ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ລ້ຽວຂວາ ໄປຕາມຖະໜົນທ່າເດື່ອ ແລ້ວລ້ຽວກັບຄືນຢູ່ຈຸດລ້ຽວກັບ ໃກ້ກັບຮ້ານຂາຍລົດນິດສັນ (ທາງຂຶ້ນໂຮງຮຽນນິຣະດາ ບ້ານຈອມເພັດ) ກັບຄືນ ທາງເກົ່າຮອດ ວົງວຽນປາກປ່າສັກ ລ້ຽວຂວາໄປຮອດໄຟອໍານາດວັດອິນແປງ ລ້ຽວຂວາ ເຂົ້າຖະໜົນເສດຖາທິລາດ ໄປຮອດໄຟອໍານາດຫໍຄໍາ ລ້ຽວຊ້າຍເຂົ້າມາຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ ເຂົ້າເດີ່ນພະທາດຫຼວງ;

ໄລຍະ 10 ກິໂລແມັດ, ນັກແລ່ນ 2,800 ຄົນ, ປ່ອຍໂຕ ເວລາ 5:00 – 7:30 ໂມງ ຈຸດເລີ້ມອອກຈາກເດີ່ນ ພະທາດຫຼວງ ລ້ຽວຂວາຢູ່ປະຕູໄຊ ເຂົ້າຖະໜົນລ້ານຊ້າງ ຮອດ ສີ່ແຍກໄຟອຳນາດສີສະເກດ ລ້ຽວຂວາເຂົ້າຖະໜົນ ສາມແສນໄທ ລ້ຽວຊ້າຍສີ່ແຍກໄຟອຳນາດສີຫອມ ຮອດ ວົງວຽນປາກປ່າສັກ ລ້ຽວຊ້າຍເຂົ້າຖະໜົນດອນຈັນ (ແຄມຂອງ) ຮອດຮູບປັ້ນ ເຈົ້າອານຸວົງ ໂຄ້ງກັບທາງເກົ່າ ຮອດ ວົງວຽນປາກປ່າສັກ ລ້ຽວຂວາ ຮອດໄຟອໍານາດວັດ ອິນແປງ ລ້ຽວຂວາ ເຂົ້າຖະໜົນເສດຖາທິລາດ ໄປຮອດ ໄຟອໍານາດຫໍຄໍາ ລ້ຽວຊ້າຍເຂົ້າມາຖະໜົນລ້ານຊ້າງ, ຖະໜົ ນ 23 ສິງຫາ ເຂົ້າເດີ່ນພະທາດຫຼວງ, ເພື່ອເປັນການອໍານວຍຄວາມສະດວກຂອງບັນດາທ່ານໃນການເດີນທາງ ແຕ່ ລະຈຸດຈະມີເຈົ້າໜ້າທີ່ຕຳຫຼວດຈະລາຈອນ ອຳນວຍຄວາມສະດວກ ຕະຫຼອດທາງທີ່ນໍາໃຊ້ໃນການແຂ່ງຂັນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ພ້ອມກັນເອົາໃຈໃສ່ປະຕິບັດຕາມເນື້ອໃນຂ້າງເທິງດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles