ທຶນຮຽນຕໍ່ ຣັດເຊຍ ເປັນພາສາອັງກິດ ເປີດໃຫ້ຄົນລາວສະໝັກແລ້ວ

ທຶນຕີ ແລະ ໂທ ! ສະໝັກດ່ວນ ! ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນ ຊາບ ວ່າ: Moscow State Institute of International Relations (MGIMO University) ສ. ຣັດເຊຍ ສະເໜີໃຫ້ ທຶນການສຶກສາ ໃຫ້ແກ່ ສປປ ລາວ ປະຈຳປີ 2026 ໂດຍຫຼັກສູດການຮຽນ-ການສອນ ເປັນພາສາອັງກິດ (ສໍາລັບວິຊາ ຮຽນ ແລະ ລາຍລະອຽດແມ່ນຄັດຕິດກັບແຈ້ງການ) ເປີດສະໝັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ ໃນລະດັບປະລິນຍາຕີ ແລະ ປະລິນຍາໂທ.

ສໍາລັບສາຂາວິຊາຮຽນ, ຂໍ້ມູນລາຍລະອຽດຜູ້ສົນໃຈສາມາດເຂົ້າເບີ່ງທີ່ເວັບໄຊ ກ້ອງຄອມເມັ້ນ ຫຼື e-mail e.l.a.rudenko@my.mgimo.ru. ເບີໂທພົວພັນ Elizaveta A. Rudenko ໂທ: +7(915) 287-47-00. ພາຍຫຼັງສະໝັກສໍາເລັດແລ້ວນໍາສົ່ງສໍາເນົາເອກະສານ 01 ຊຸດ, ມາຍັງກົມກິດຈະການ ນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108)ຕາມໂມງລັດຖະການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.
ສຳລັບເວັບໄຊສຳລັບສະໝັກ int-olymp-mgimo.com ແລະ int.mgimo.ru

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles