ເຊີນທ່ຽວບຸນກອງເຂົ້າຫອມ ເມືອງສັງທອງ 16-18 ມັງກອນ 2026 ນີ້

ທ່ານ ຄໍາປະເສີດ ບຸດດາວົງ ຄະນະປະຈໍາພັກ ຮອງຄະນະກໍາມະການອົງການປົກຄອງ ເມືອງສັງທອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ​ ​ໃນວັນທີ​ 5 ມັງກອນ​ 2026​ ທີ່ຜ່ານມາວ່າ: ການຈັດງານບຸນປະເພນີເຂົ້າຫອມສັງທອງ ແລະ ຕະຫຼາດນັດວາງສະແດງຂາຍສິນຄ້າ ປະຈໍາປີ 2026 ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-18 ມັງກອນ 2026 ນີ້,​ ເປັນເວລາ 3 ວັນເຕັມ.​

ທ່ານກ່າວຕື່ມວ່າ: ງານໃນປີນີ້ ນອກຈາກຈະໄດ້ເນັ້ນໃສ່ກິດຈະກຳທາງດ້ານສາສະໜາທີ່ເປັນຮີດຄອງປະເພນີອັນດີງາມແລ້ວ ຍັງຈະເນັ້ນໃສ່ການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວໃນງານໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ງານບຸນໃນຄັ້ງນີ້ມີສີສັນ ແລະ ເປັນທີ່ໜ້າປະທັບໃຈຂອງນັກທ່ອງທ່ຽວ​ ທັງພາຍໃນ ແລະ ຕ່າງປະເທດ.​

ສະນັ້ນ ຄະນະຮັບຜິດຊອບການຈັດງານພວກເຮົາກໍ່ໄດ້ມີການຫ້າງຫາກະກຽມທາງດ້ານຄວາມພ້ອມຕ່າງໆ ໂດຍສະເພາະແມ່ນທາງດ້ານການປະດັບປະດາ-ຕົບແຕ່ງສະຖານທີ່ຈັດງານ ເປັນຕົ້ນແມ່ນການຕົບແຕ່ງ-ເອ້ຍ້ອງກອງເຂົ້າຫອມສັງທອງຈໍານວນ 5 ກອງ, ຖຽງນາ, ເລົ້າເຂົ້າ, ລານເຂົ້າ ແລະ ອື່ນໆ ທີ່ເປັນເອກະລັກຂອງເມືອງສັງທອງ ເຊິ່ງໃນປີນີ້ກໍ່ຈະມີຫຼາຍລາຍການສະແດງ ແລະ ຫຼາກຫຼາຍກິດຈະກຳ ໂດຍສະເພາະແມ່ນການສະແດງສິລະປະວັນນະຄະດີ, ປະກວດນາງສາວເຂົ້າຫອມ, ປະກວດອາຫານພື້ນບ້ານ ແລະ ແຂ່ງຂັນກິລາມວນຊົນ.

ພ້ອມດຽວກັນນັ້ນ​ ພາຍໃນງານບຸນ​ ຍັງຈະມີຕະຫຼາດນັດຂາຍສິນຄ້າກະສິກຳ, ສິນຄ້າໂອດັອບ ແລະ ສິນຄ້າທົ່ວໄປຢ່າງຫຼວງຫຼາຍຕະຫຼອດໄລຍະ 3 ມື້ 3 ຄືນ ເພື່ອໃຫ້ນັກທ່ອງທ່ຽວ​ ທີ່ເຂົ້າມາທ່ຽວງານ​ ໄດ້ເບິ່ງໄດ້ຊິມອາຫານ ແລະ ແລກປ່ຽນຊື້-ຂາຍສິນຄ້າຈາກປະຊາຊົນພາຍໃນເມືອງຂອງພວກເຮົາ, ຈຸດປະສົງ ກໍ່ເພື່ອອະນຸລັກຮັກສາສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວ ກໍ່ຄືປະຊາຊົນຊາວເມືອງສັງທອງ​ ທີ່ໄດ້ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຄຽງຄູ່ກັບຄົນລາວ, ຊາດລາວ​ ກໍຄືຊາວເມືອງສັງທອງໃຫ້ມີຄວາມໂດດເດັ່ນສູງຂຶ້ນ ແລະ ເປັນທີ່ຮູ້ຈັກຂອງສັງຄົມ; ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ​ ໃຫ້ໄດ້ຮັບການພັດທະນາຍົກລະດັບຂຶ້ນ ແນໃສ່ການດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວເມືອງສັງທອງນັບມື້ນັບຫຼາຍຂຶ້ນ.

📰ທີ່ມາ: ຂ່າວສານເມືອງສັງທອງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles