ໜັງສືພິມ VientianeTimes ລາຍງານ ໃຫ້ຮູ້ວ່າ: ລັດຖະບານໄດ້ກຳນົດເປົ້າໝາຍໃນການດຶງດູດນັກທ່ອງທ່ຽວຕ່າງປະເທດ 22 ລ້ານຄົນໃນໄລຍະ 5 ປີຂ້າງໜ້າ, ໂດຍຄາດວ່າຈະມີລາຍຮັບປະມານ 8 ພັນລ້ານໂດລາສະຫະລັດ.ຕົວເລກດັ່ງກ່າວສູງກວ່າ 20.1 ລ້ານຄົນຂອງນັກທ່ອງທ່ຽວຕ່າງປະເທດແລະລາວທີ່ໄດ້ເດີນທາງທ່ອງທ່ຽວໃນລາວໃນໄລຍະ 5 ປີທີ່ຜ່ານມາ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈ ຂອງລັດຖະບານ ໃນການຂະຫຍາຍຂະແໜງການທ່ອງທ່ຽວຕື່ມອີກ ເພື່ອເປັນກຳລັງຂັບເຄື່ອນສຳຄັນຂອງການເຕີບໂຕທາງເສດຖະກິດ.
ເປົ້າໝາຍດັ່ງກ່າວໄດ້ຖືກປະກາດໂດຍທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນຂະນະທີ່ນຳສະເໜີຮ່າງບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ສຳລັບປີ 2021-2025 ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ສຳລັບປີ 2026-2030 ຢູ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ໃນອາທິດທີ່ຜ່ານມາ.
ເພື່ອບັນລຸເປົ້າໝາຍນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະທ່ອງທ່ຽວ ໄດ້ກ່າວວ່າ ກະຊວງຈະສຸມໃສ່ການປັບປຸງໂຄງສ້າງພື້ນຖານ ຢູ່ສະຖານທີ່ທ່ອງທ່ຽວທີ່ສຳຄັນທົ່ວປະເທດ.ຈຸດປະສົງອີກດ້ານໜຶ່ງແມ່ນການຍົກລະດັບສະຖານທີ່ທ່ອງທ່ຽວໃຫ້ມີມາດຕະຖານທີ່ສູງຂຶ້ນ ໂດຍຜ່ານການມີສ່ວນຮ່ວມຂອງລັດຖະບານ, ທຸລະກິດ ແລະຊຸມຊົນທ້ອງຖິ່ນ, ໂດຍມີຈຸດປະສົງເພື່ອເພີ່ມປະສົບການໂດຍລວມຂອງຜູ້ມາຢ້ຽມຢາມ.
ກະຊວງຍັງວາງແຜນທີ່ຈະກໍ່ສ້າງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວໃໝ່ ແລະປັບປຸງສະຖານທີ່ທ່ອງທ່ຽວທີ່ມີຢູ່ແລ້ວຕາມເສັ້ນທາງທ່ອງທ່ຽວທີ່ເຊື່ອມໂຍງແຂວງຕ່າງໆພາຍໃນລາວ ແລະລະຫວ່າງແຂວງຂອງລາວກັບແຂວງໃກ້ຄຽງໃນປະເທດເພື່ອນບ້ານ.
ການລິເລີ່ມເຫຼົ່ານີ້ຈະຖືກປະຕິບັດເປັນສ່ວນໜຶ່ງຂອງການຮ່ວມມືແບບໃກ້ຊິດໃນອະນຸພາກພື້ນແມ່ນ້ຳຂອງ ແລະກອບການຮ່ວມມືໃນພາກພື້ນອື່ນໆ. ນອກຈາກນັ້ນ, ກະຊວງຈະດຳເນີນການປັບປຸງທັກສະຂອງພະນັກງານທີ່ກ່ຽວຂ້ອງກັບການທ່ອງທ່ຽວ ເພື່ອໃຫ້ພວກເຂົາສາມາດໃຫ້ບໍລິການທີ່ມີຄຸນນະພາບສູງຂຶ້ນ ແລະຕອບສະໜອງມາດຕະຖານການທ່ອງທ່ຽວສາກົນ.

