ຄຳມ່ວນກຳລັງສ້າງວົງວຽນແຄນ ສັນຍາລັກວັດທະນະທຳແຫ່ງໃໝ່ ມູນຄ່າ 3,8 ຕື້ກີບ

ແຂວງຄຳມ່ວນກຳລັງພັດທະນາວົງວຽນແຄນແຫ່ງໃໝ່ ຢູ່ເສັ້ນທາງເລກ 13 ໃຕ້ ບໍລິເວນເສັ້ນທາງໄປສູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ເມືອງທ່າແຂກ ໃຫ້ເປັນຈຸດເດັ່ນດ້ານສະຖາປັດຕະຍະກຳ ແລະສັນຍາລັກທາງວັດທະນະທຳຂອງທ້ອງຖິ່ນ ດ້ວຍມູນຄ່າກໍ່ສ້າງ 3,8 ຕື້ກີບ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ຝຸ່ນໂປຕາສ-ອາຊີໂປຕາສ ສາກົນ ລາວ ຈຳກັດ.

ໃນໂອກາດທີ່ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ ທ່ານໄດ້ຕິດຕາມກວດເບິ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວ. ປັດຈຸບັນ ວຽກກໍ່ສ້າງມີຄວາມຄືບໜ້າແລ້ວ 60% ແລະຄາດວ່າຈະສຳເລັດໃນເດືອນເມສາ 2027.

ຈຸດພິເສດຂອງວົງວຽນແຫ່ງນີ້ ແມ່ນການນຳເອົາເອກະລັກວັດທະນະທຳຂອງຊາວຄຳມ່ວນມາຖ່າຍທອດຜ່ານງານສິລະປະ ແລະອົງປະກອບການອອກແບບ ໂດຍມີຮູບແຄນທີ່ສະທ້ອນເຖິງສິລະປະການຂັບລຳມະຫາໄຊ ພ້ອມຮູບປັ້ນໂຕຂະຍຸ ເຊິ່ງເປັນສັນຍາລັກທີ່ສະທ້ອນເຖິງອັດຕະລັກທ້ອງຖິ່ນ. ອົງປະກອບເຫຼົ່ານີ້ຈະຊ່ວຍສ້າງຈຸດຈົດຈຳ ແລະຄວາມໂດດເດັ່ນໃຫ້ແກ່ເມືອງທ່າແຂກ.

ວົງວຽນແຄນແຫ່ງໃໝ່ນີ້ ບໍ່ພຽງແຕ່ມີບົດບາດໃນການປັບປຸງພູມທັດ ແລະຄວາມສວຍງາມຂອງເມືອງເທົ່ານັ້ນ ແຕ່ຍັງເປັນການນຳເອົາມໍລະດົກທາງວັດທະນະທຳມາສະແດງໃຫ້ປະຊາຊົນ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ຮັບຮູ້ ໂດຍສະເພາະຜູ້ທີ່ເດີນທາງຜ່ານເສັ້ນທາງເລກ 13 ໃຕ້ ໄປສູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 3.

ພາຍຫຼັງໂຄງການສຳເລັດ ຄາດວ່າຈະຊ່ວຍຍົກລະດັບພາບລັກຂອງເມືອງທ່າແຂກ ເພີ່ມຈຸດສົນໃຈດ້ານວັດທະນະທຳ ສົ່ງເສີມການທ່ອງທ່ຽວ ແລະສ້າງປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນໃນອະນາຄົດ.

ທີ່ມາ: ປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
325FollowersFollow
0SubscribersSubscribe
- Advertisement -spot_img

Latest Articles