ກວດພົບສາເຫດນ້ຳຊອງຂຸ່ນແດງ ຄາດກ່ຽວກັບດິນໄຫຼຈາກການເປີດເສັ້ນທາງເຂດຕົ້ນນ້ຳ

ຈາກຂໍ້ມູນເບື້ອງຕົ້ນຂອງຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງ ແລະ ປະຊາຊົນບ້ານນາຂວາງ ລະບຸວ່າ ສາເຫດສຳຄັນທີ່ເຮັດໃຫ້ນ້ຳຊອງມີສີແດງຂຸ່ນ ແມ່ນຍ້ອນຝົນຕົກໃນເຂດຕົ້ນນ້ຳ ສົ່ງຜົນໃຫ້ດິນຈາກພື້ນທີ່ທີ່ມີການເປີດເສັ້ນທາງ ເກີດການກັດເຊາະ ແລະ ໄຫຼລົງສູ່ສາຍຫ້ວຍສາຂາ ກ່ອນຈະໄຫຼລົງສູ່ແມ່ນ້ຳຊອງ.

ໃນວັນທີ 31 ຕຸລາ ຫາ 1 ພະຈິກ 2026 ຄະນະຈຸດສົມຖິ່ນອ່ອນ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາສະພາບຕົວຈິງຕາມສາຍຫ້ວຍສາຂາຂອງນ້ຳຊອງ ປະກອບມີ ຫ້ວຍນາງນີ, ຫ້ວຍຫີນໂງ່ນ ແລະ ນ້ຳສະແນນ ເຊິ່ງໄຫຼມາຈາກເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ຜົນການກວດກາພົບວ່າ ນ້ຳໃນສາຍຫ້ວຍດັ່ງກ່າວມີສີແດງຂຸ່ນ.

ສຳລັບແມ່ນ້ຳຊອງ ມີຕົ້ນກຳເນີດຈາກເຂດເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍມີສາຍນ້ຳຫຼາຍສາຍໄຫຼມາຮ່ວມກັນ ເຊັ່ນ ຫ້ວຍນ້ຳຕາກວາງ, ຫ້ວຍນາງນີ, ຫ້ວຍນ້ຳນ້ອຍ, ຫ້ວຍຫີນໂງ່ນ ແລະ ແມ່ນ້ຳສະແນນ ຊຶ່ງເປັນສາຂາທີ່ໄຫຼມາຈາກເຂດບ້ານໜອງພູນໄຊ ຕາແສງວາປີ ເມືອງລ້ອງແຈ້ງ ເຂດຕິດກັບເມືອງວັງວຽງ ແຂວງວຽງຈັນ.

ອີກປັດໄຈໜຶ່ງທີ່ຖືກລະບຸໃນຂໍ້ມູນເບື້ອງຕົ້ນ ແມ່ນການເປີດເສັ້ນທາງໄປຫາແຫຼ່ງທ່ອງທ່ຽວຕາດຫ້ວຍໄຄ ເຂດບ້ານນາແຄ ເມືອງວັງວຽງ. ເມື່ອມີຝົນຕົກ ດິນທີ່ຖືກລົບກວນຈາກການເປີດເສັ້ນທາງອາດຖືກກັດເຊາະ ແລະ ໄຫຼລົງສູ່ຫ້ວຍນ້ຳເປາະ ກ່ອນຈະໄຫຼຕໍ່ໄປສູ່ແມ່ນ້ຳຊອງ.

ສະພາບນ້ຳຊອງຂຸ່ນແດງໃນຄັ້ງນີ້ ຈຶ່ງມີຂໍ້ມູນເບື້ອງຕົ້ນຊີ້ໄປທີ່ການກັດເຊາະຂອງດິນຈາກພື້ນທີ່ເປີດເສັ້ນທາງ ເມື່ອມີຝົນຕົກໃນເຂດຕົ້ນນ້ຳ ເຮັດໃຫ້ຕະກອນດິນໄຫຼລົງສູ່ສາຍນ້ຳສາຂາ ແລະ ແມ່ນ້ຳຊອງ.

ທີ່ມາ: ຫ້ອງການໂຄສະນາ ເມືອງວັງວຽງ ແຂວງວຽງຈັນ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles