ສະມາຄົມແພດຕາລາວ ຮ່ວມກັບສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ແລະ ໂຮງໝໍແຂວງຈຳປາສັກ ໄດ້ຮ່ວມກັນຈັດກິດຈະກຳຜ່າຕັດປິ່ນປົວພະຍາດແກ່ນຕາຂຸ້ນການກຸສົນ ໃນວັນທີ 31 ຕຸລາ ຫາ 1 ພະຈິກ 2026 ເພື່ອຊ່ວຍໃຫ້ຜູ້ປ່ວຍໄດ້ຮັບໂອກາດຟື້ນຟູສາຍຕາ ແລະ ກັບມາມີຄຸນນະພາບຊີວິດທີ່ດີຂຶ້ນ.
ພິທີເປີດຕາ ແລະ ສະຫຼຸບຜົນການຜ່າຕັດ ຈັດຂຶ້ນໃນວັນທີ 2 ພະຈິກ 2026 ທີ່ໂຮງໝໍແຂວງຈຳປາສັກ ໂດຍມີທ່ານ ປອ. ອະລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ແລະ ປະທານສະພາປະຊາຊົນແຂວງຈຳປາສັກ ເຂົ້າຮ່ວມເປັນປະທານ ພ້ອມດ້ວຍບັນດາການນຳແຂວງ, ຜູ້ຕາງໜ້າສະມາຄົມ, ທີມແພດຊ່ຽວຊານ ແລະ ຜູ້ປ່ວຍທີ່ເຂົ້າຮັບການຜ່າຕັດ.
ທ່ານ ດຣ. ຄຳສິງ ແກ້ວທອງກຸ ຜູ້ອຳນວຍການໂຮງໝໍແຂວງ ລາຍງານວ່າ: ການຜ່າຕັດແກ່ນຕາຂຸ້ນການກຸສົນຄັ້ງນີ້ ເປັນຄັ້ງທີ 2 ໂດຍຄັ້ງທຳອິດຈັດຂຶ້ນໃນວັນທີ 4 ເມສາ 2026 ມີຜູ້ລົງທະບຽນ 83 ຄົນ ແລະ ໄດ້ຜ່າຕັດຕົວຈິງ 65 ຄົນ, ໃນນັ້ນເປັນເພດຍິງ 41 ຄົນ.
ສ່ວນການຈັດຄັ້ງທີ 2 ມີຜູ້ລົງທະບຽນ 205 ຄົນ ແລະ ໄດ້ຜ່າຕັດຕົວຈິງ 162 ຄົນ, ໃນນັ້ນເປັນເພດຍິງ 101 ຄົນ. ການຜ່າຕັດທັງໝົດສາມາດດຳເນີນສຳເລັດຕາມແຜນການ ແລະ ຈາກການກວດຕິດຕາມພາຍຫຼັງຜ່າຕັດ ພົບວ່າບໍ່ມີອາການແຊກຊ້ອນ ໂດຍຜູ້ປ່ວຍສ່ວນຫຼາຍມີສາຍຕາດີຂຶ້ນ.
ດ້ານຜູ້ເຂົ້າຮັບການຜ່າຕັດ ທ່ານໝໍ ສຸບັນ ອະດີດຫົວໜ້າຫ້ອງການສາທາລະນະສຸກເມືອງໂຂງ ກ່າວວ່າ ຮູ້ສຶກດີໃຈ ແລະ ປະທັບໃຈຕໍ່ການບໍລິການຂອງທີມແພດໝໍ ທີ່ທຸ່ມເທຄວາມຮູ້ ແລະ ຄວາມສາມາດໃນການປິ່ນປົວ ພ້ອມທັງໃຫ້ການດູແລຢ່າງເປັນມິດ ເຮັດໃຫ້ຕົນມີໂອກາດກັບມາເບິ່ງເຫັນໄດ້ດີຂຶ້ນອີກຄັ້ງ.
ທ່ານ ປອ. ອະລຸນໄຊ ສູນນະລາດ ໄດ້ກ່າວຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ສະມາຄົມແພດຕາລາວ, ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ແລະ ໂຮງໝໍແຂວງຈຳປາສັກ ທີ່ຮ່ວມກັນຈັດກິດຈະກຳອັນມີຄວາມໝາຍນີ້ ເພື່ອຊ່ວຍເຫຼືອຜູ້ປ່ວຍໃນແຂວງຈຳປາສັກ ແລະ ແຂວງໃກ້ຄຽງ.
ພ້ອມກັນນີ້ ຍັງໄດ້ເນັ້ນໃຫ້ພາກສ່ວນສາທາລະນະສຸກເອົາໃຈໃສ່ພັດທະນາຄຸນນະພາບການບໍລິການ, ຍົກສູງຈັນຍາບັນຂອງແພດໝໍ, ພັດທະນາຄວາມຊຳນານດ້ານວິຊາການ, ປັບປຸງສະພາບແວດລ້ອມ ແລະ ອຸປະກອນການແພດ ເພື່ອໃຫ້ສາມາດຮັບໃຊ້ປະຊາຊົນໄດ້ດີຂຶ້ນ.
ການຟື້ນຟູສາຍຕາ ບໍ່ພຽງແຕ່ເປັນການຄືນການເບິ່ງເຫັນ ແຕ່ຍັງເປັນການຄືນໂອກາດ ແລະ ຄຸນນະພາບຊີວິດໃຫ້ແກ່ຜູ້ປ່ວຍ.
ທິ່ມາ: ຈຳປາໃໝ່


