ວັນທີ 26 ຕຸລາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມເພື່ອຄົ້ນຄວ້າ ແລະ ປຶກສາຫາລືຫາສາເຫດ ແລະ ວິທີແກ້ໄຂບັນຫາສະພາບນ້ຳຊອງຂຸ່ນຢູ່ເມືອງວັງວຽງ ພາຍໃຕ້ການເປັນປະທານຂອງທ່ານ ປອ. ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຮອງລັດຖະມົນຕີຂອງບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າ, ຫົວໜ້າພະແນກ ແລະ ອົງການທຽບເທົ່າພະແນກ, ປະທານຄະນະກຳມະການປົກຄອງເມືອງວັງວຽງ ແລະ ຜູ້ຕາງໜ້າແຂວງໄຊສົມບູນ ເຂົ້າຮ່ວມ. ສ່ວນແຂວງວຽງຈັນ ເຂົ້າຮ່ວມທາງອອນລາຍ ນຳພາໂດຍທ່ານ ຄຳປະເສີດ ມະນີໄຊ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມຜູ້ຕາງໜ້າພະແນກການຂັ້ນແຂວງ ແລະ ເມືອງວັງວຽງ.
ຜູ້ແທນກອງປະຊຸມໄດ້ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ເພື່ອຫາທາງອອກຮ່ວມກັນ ໃຫ້ນ້ຳຊອງກັບຄືນສູ່ສະພາບເດີມ ພ້ອມປັບປຸງສະພາບແວດລ້ອມ, ລະບົບນິເວດທາງນ້ຳ ແລະ ພາບພົດການທ່ອງທ່ຽວຂອງເມືອງວັງວຽງ. ໃນກອງປະຊຸມ ແຂວງວຽງຈັນໄດ້ລາຍງານຜົນການກວດກາເບື້ອງຕົ້ນ ໂດຍຍົກໃຫ້ເຫັນຄວາມພະຍາຍາມຂອງການນຳແຂວງວຽງຈັນ ແລະ ແຂວງໄຊສົມບູນ ໃນການຕິດຕາມ, ກວດກາຫາປັດໄຈທີ່ຄາດວ່າເປັນສາເຫດຂອງນ້ຳຊອງຂຸ່ນ ແລະ ປະສານສົມທົບຫຼາຍພາກສ່ວນຫາວິທີແກ້ໄຂ. ໄລຍະຜ່ານມາ ແຂວງວຽງຈັນໄດ້ສົ່ງໜັງສືລາຍງານຕໍ່ສູນກາງ 3 ສະບັບ ຄື ເລກທີ 24/ຄປຂ.ວຈ ລົງວັນທີ 11 ມິຖຸນາ 2026, ເລກທີ 42/ຄປຂ.ວຈ ລົງວັນທີ 16 ຕຸລາ 2026 ແລະ ເລກທີ 45/ຄປຂ.ວຈ ລົງວັນທີ 22 ຕຸລາ 2026.
ແຂວງວຽງຈັນສະເໜີ ໃຫ້ລັດຖະບານພິຈາລະນາຊີ້ນຳດຳເນີນການດັ່ງນີ້:
1. ມອບໝາຍຄະນະວິຊາການຂັ້ນສູນກາງ ຮ່ວມກັບແຂວງວຽງຈັນ ແລະ ແຂວງໄຊສົມບູນ ລົງກວດກາພາກສະໜາມ, ກຳນົດສາເຫດຂອງນ້ຳຂຸ່ນ ແລະ ກວດກາການປະຕິບັດສັນຍາ, ແຜນຄຸ້ມຄອງສິ່ງແວດລ້ອມ ແລະ ມາດຕະການຄວບຄຸມຕະກອນດິນຂອງບັນດາໂຄງການ; ຫາກພົບການລະເມີດ ໃຫ້ແກ້ໄຂ, ຟື້ນຟູສິ່ງແວດລ້ອມ ແລະ ລົງໂທດຕາມກົດໝາຍຢ່າງເຂັ້ມງວດ ເພາະທີ່ຜ່ານມາໄດ້ກວດກາຮ່ວມແລ້ວ ແຕ່ບັນຫາຍັງບໍ່ໄດ້ຮັບການແກ້ໄຂຢ່າງຂາດຕົວ.
2. ກຳນົດກົນໄກຕິດຕາມ ແລະ ກວດກາຢ່າງຕໍ່ເນື່ອງ ໂດຍໃຫ້ໂຄງການທີ່ກ່ຽວຂ້ອງຮັບຜິດຊອບແກ້ໄຂສາເຫດ, ຄວບຄຸມຕະກອນດິນ ແລະ ຟື້ນຟູພື້ນທີ່ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ (EMMP) ເພື່ອບໍ່ໃຫ້ບັນຫາເກີດຊ້ຳ.
3. ຊີ້ນຳໃຫ້ມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ທັນການ ໂດຍພິຈາລະນາຈຳກັດ ຫຼື ໂຈະກິດຈະກຳທີ່ກໍ່ຜົນກະທົບ ຕາມກົດໝາຍ ແລະ ລະບຽບການ ເພື່ອແກ້ບັນຫາໃຫ້ຂາດຕົວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ແລະ ຮັກສາພາບພົດການທ່ອງທ່ຽວຂອງເມືອງວັງວຽງ.
ຂໍ້ມູນ: ແຂວງວຽງຈັນໂພສ໌


