ວັນທີ 22 ຕຸລາ 2026 ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ປະຈຳປີ 2026 ຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສະພາແຫ່ງຊາດ ໂດຍມີ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການ ປກຊ-ປກສ ເປັນປະທານ ມີຄະນະເລຂາທິການສູນກາງພັກ, ກຳມະການສົມບູນ-ສຳຮອງສູນກາງພັກ, ຄະນະກຳມາທິການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ສະຖຽນລະພາບທາງການເມືອງຂອງປະເທດຍັງໝັ້ນທ່ຽງ ແລະ ສັງຄົມສະຫງົບໂດຍພື້ນຖານ ແຕ່ອິດທິກຳລັງປໍລະປັກຍັງດຳເນີນກົນອຸບາຍມ້າງເພ ສປປ ລາວ ດ້ວຍຍຸດທະສາດຫັນປ່ຽນໂດຍສັນຕິ ແລະ ນຳໃຊ້ສື່ສັງຄົມອອນລາຍເພື່ອທັບຖົມແນວທາງນະໂຍບາຍຂອງພັກ, ສ້າງປະກົດການຫຍໍ້ທໍ້; ຢາເສບຕິດ ແລະ ການເຄື່ອນໄຫວບໍ່ຖືກຕ້ອງຕາມບໍລິເວນຊາຍແດນຍັງເກີດຂຶ້ນຢ່າງຕໍ່ເນື່ອງ. ຈຶ່ງຮຽກຮ້ອງໃຫ້ເພີ່ມທະວີສະຕິລະວັງຕົວ ແລະ ຕັ້ງໜ້າກໍ່ສ້າງຖັນແຖວພະນັກງານຫຼັກແຫຼ່ງໃຫ້ມີຄຸນທາດການເມືອງ ເພື່ອປະຕິບັດໜ້າທີ່ການເມືອງໃຫ້ມີຜົນສຳເລັດ.
ສຳລັບທິດທາງຕໍ່ໜ້າ, ກຳມາທິການ ປກຊ-ປກສ ຕ້ອງເພີ່ມທະວີການປະສານສົມທົບກັບກະຊວງ, ອົງການ ແລະ ສະຫະພັນນັກຮົບເກົ່າ ເພື່ອນຳບັນຫາສຳຄັນເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ທັນເວລາ; ເພີ່ມການຕິດຕາມກວດກາການປະຕິບັດກົດໝາຍ ແລະ ໜ້າທີ່ການເມືອງຂອງກຳລັງ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ຢູ່ກົມກອງ ແລະ ທ້ອງຖິ່ນໃຫ້ແທດຕົວຈິງ; ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ແລະ ຍົກສູງຄຸນນະພາບການປະຕິບັດໜ້າທີ່; ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືກັບສະພາປະຊາຊົນແຂວງຂອງປະເທດທີ່ມີຊາຍແດນຕິດຈອດ ໂດຍສະເພາະປະເທດເພື່ອນມິດຍຸດທະສາດ ເພື່ອແລກປ່ຽນບົດຮຽນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍົກສູງບົດບາດວຽກງານຕ່າງປະເທດ.
ທ່ານເນັ້ນຕື່ມວ່າ ກຳມະການກຳມາທິການປະຈຳເຂດເລືອກຕັ້ງ ໃຫ້ປະສານສົມທົບກັບສະພາປະຊາຊົນແຂວງ, ຄະນະກຳມະການ ປກຊ-ປກສ ຂັ້ນແຂວງ, 2 ກອງບັນຊາການ (ປກຊ, ປກສ) ແລະ ສະຫະພັນນັກຮົບເກົ່າແຂວງ ເພື່ອເຮັດໜ້າທີ່ເປັນເສນາທິການໃຫ້ກຳມາທິການ ແລະ ຄະນະປະຈຳສະພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ, ປະກອບສ່ວນໃນການເຄື່ອນໄຫວວຽກງານຂອງທ້ອງຖິ່ນ ແລະ ສ້າງຄວາມເຂັ້ມແຂງໃຫ້ກົງຈັກເສນາທິການ ເພື່ອເຮັດໃຫ້ການເຄື່ອນໄຫວມີປະສິດທິພາບ.
ຂໍ້ມູນ: ຄວາມສະຫງົບ


