ຫຼວງນ້ຳທາທຳລາຍແປ້ງຝຸ່ນເຄມີພັນປະສົມສານເສບຕິດ 1,398 ເປົາ ນ້ຳໜັກເກືອບ 35 ໂຕນ

ໃນວັນທີ 20 ຕຸລາ 2026, ກອງບັນຊາການຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີທຳລາຍແປ້ງຝຸ່ນເຄມີພັນປະສົມສານເສບຕິດ ຈຳນວນ 1,398 ເປົາ ນ້ຳໜັກລວມ 34,950 ກິໂລກຣາມ ຫຼື 34.95 ໂຕນ ຢູ່ສະໜາມຂີ້ເຫຍື້ອແຂວງຫຼວງນ້ຳທາ.

ພັນໂທ ແສງທອງ ມະນີຮັກ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໄດ້ລາຍງານວ່າ ວັດຖຸດັ່ງກ່າວແມ່ນຂອງກາງທີ່ໄດ້ຈາກການກວດຍຶດ ແລະ ຜ່ານຂັ້ນຕອນດຳເນີນຄະດີຕາມກົດໝາຍ ໂດຍມີຄຳຕັດສິນຂອງສານເຖິງທີ່ສຸດແລ້ວ.

ພິທີທຳລາຍຂອງກາງໃນຄັ້ງນີ້ ມີຕົວແທນຈາກກອງບັນຊາການທະຫານແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດພິທີດັ່ງກ່າວ ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ (12 ຕຸລາ 2001–12 ຕຸລາ 2026) ໂດຍມີເປົ້າໝາຍກຳຈັດສານເສບຕິດ ແລະ ເຄມີພັນຜິດກົດໝາຍ ເພື່ອປ້ອງກັນບໍ່ໃຫ້ຖືກນຳກັບໄປໃຊ້ ຫຼື ໝູນວຽນເຂົ້າສູ່ສັງຄົມອີກ.

ທີ່ມາ: ປກສ ຫຼວງນ້ຳທາ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
295,900FollowersFollow
0SubscribersSubscribe
- Advertisement -spot_img

Latest Articles