72 ປີ ຜ່ານໄລຍະທາງແຫ່ງການກຳເນີດເຕີບໃຫຍ່ ແລະ ສູ້ຮົບມີໄຊ ຂອງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ບໍ່ວ່າຈະຢູ່ໃນໄລຍະແຫ່ງການຕໍ່ສູ້ກູຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຫຼົ່າຮົບຊ່າງແສງ ຍາມໃດກໍ່ເປັນໜຶ່ງໃນເຫຼົ່າຮົບທີ່ສຳຄັນ ຂອງກອງທັບປະຊາຊົນລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດຊາດ, ປັດຈຸບັນ ເຫຼົ່າຮົບຊ່າງແສງ ນັບມື້ໄດ້ຮັບການຍົກລະດັບຄວາມສາມາດໃຫ້ສູງຂຶ້ນ ນັບທັງປະລິມານ ແລະ ຄຸນນະພາບ ເສີມຂະຫຍາຍມູນເຊື້ອພິລະອາດຫານ ເພື່ອຮັກສາໝາກຜົນຂອງການປະຕິວັດ ເພື່ອເຮັດໃຫ້ສຳເລັດໜ້າທີ່ ທີ່ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພະນັກງານນັກຮົບ ທົ່ວເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍາມໃດກໍ່ຍົກສູງຄຳຂວັນທີ່ວ່າ: “ເຖິງເຫວຈະເລິກ ພູຜາຈະສູງຊັນ ແມ່ນ້ຳຈະກວ້າງໃຫຍ່ ປ່າດົງຈະຕຶບໜາ ຖ້າມີເຫຼົ່າຮົບຊ່າງແສງຢູ່ບ່ອນນັ້ນ ຈະມີຄວາມສະດວກສະບາຍ”
ເນື່ອງໃນໂອກາດວັນຄົບຮອບ 72 ປີ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ພວກເຮົາ ທິມງານ Lao Youth Radio FM 90 MHz ຂໍອວຍພອນໃຫ້ບັນດາພະນັກງານ ແລະ ນັກຮົບຊ່າງແສງທຸກນາຍ ຈົ່ງມີສຸຂະພາບພາລະນາໄມສົມບູນ, ມີຄວາມສຸກໃນຄອບຄົວ, ມີຜົນງານກ້າວໜ້າໃນໜ້າທີ່ການງານ ແລະ ຈົ່ງປະສົບແຕ່ຄວາມສຳເລັດໃນທຸກພາລະກິດ. ຂໍໃຫ້ເຫຼົ່າຮົບຊ່າງແສງຈົ່ງເຕີບໃຫຍ່ເຂັ້ມແຂງ, ກ້າວໜ້າບໍ່ຢຸດຢັ້ງ ແລະ ສືບຕໍ່ສ້າງຜົນງານອັນດີງາມ ເພື່ອຮັບໃຊ້ຊາດ ແລະ ປະຊາຊົນລາວຕະຫຼອດໄປ!


