ລາວເປີດງານ Lao Digital Week 2026 ຜັກດັນລັດຖະບານດີຈີຕອນ ຂັບເຄື່ອນນະວັດຕະກຳສູ່ຍຸກ AI

ນະຄອນຫຼວງວຽງຈັນ, ວັນທີ 21 ຕຸລາ 2026 — ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດງານສັບປະດາດີຈີຕອນລາວປະຈຳປີ 2026 (Lao Digital Week 2026) ຢ່າງເປັນທາງການ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 1,000 ຄົນ.

ພິທີດັ່ງກ່າວໄດ້ຮັບກຽດຈາກ ທ່ານ ພົອ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ເຂົ້າຮ່ວມ. ສ່ວນການກ່າວເປີດງານແມ່ນໂດຍ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ພາຍໃນງານຍັງມີບັນດາການນຳຂັ້ນສູງ, ຜູ້ຕາງໜ້າກະຊວງການ, ຄະນະນຳແຂວງ ແລະ ນະຄອນຫຼວງ, ຄະນະຜູ້ແທນຕ່າງປະເທດ, ທູຕານຸທູດ, ຜູ້ຕາງໜ້າອົງການສາກົນ, ພະນັກງານລັດ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ສັນຕິສຸກ ສິມມາລາວົງ ກ່າວວ່າ ລັດຖະບານ ສປປ ລາວ ກຳລັງປັບປ່ຽນແນວຄິດ ແລະ ຮູບແບບການເຮັດວຽກ ໄປສູ່ຄວາມທັນສະໄໝ ພ້ອມປັບປຸງກົນໄກການຄຸ້ມຄອງມະຫາພາກ ເພື່ອຮັບມືກັບສະພາບຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ໃນນີ້ ການນຳໃຊ້ເຕັກໂນໂລຊີດີຈີຕອນຖືເປັນປັດໄຈສຳຄັນ ໃນການຍົກສູງປະສິດທິພາບການບໍລິຫານລັດ, ການດຳເນີນທຸລະກິດ ແລະ ການດຳລົງຊີວິດຂອງປະຊາຊົນ.

ງານສັບປະດາດີຈີຕອນລາວປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ” ໂດຍມຸ່ງເປັນເວທີສຳລັບການແລກປ່ຽນບົດຮຽນ, ປະສົບການ, ຂໍ້ສະດວກ, ສິ່ງທ້າທາຍ ແລະ ແນວທາງການພັດທະນາດີຈີຕອນໃນອະນາຄົດ ລະຫວ່າງຜູ້ນຳ, ຊ່ຽວຊານ ແລະ ຜູ້ກ່ຽວຂ້ອງຈາກພາຍໃນ ແລະ ຕ່າງປະເທດ.

ສຳລັບກິດຈະກຳພາຍໃນງານ ປະກອບມີຫ້ອງວາງສະແດງຫຼາຍກວ່າ 100 ຮ້ານ, ເວທີສຳມະນາແລກປ່ຽນຄວາມຮູ້ຈາກຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ກິດຈະກຳສົ່ງເສີມຊາວໜຸ່ມ ແລະ ທຸລະກິດສະຕາດອັບ ຕະຫຼອດຮອດການແຂ່ງຂັນຜົນງານດ້ານດີຈີຕອນ. ກິດຈະກຳເຫຼົ່ານີ້ມີເປົ້າໝາຍເພື່ອນຳສະເໜີຜົນງານ ແລະ ນະວັດຕະກຳຂອງພາກລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ຂອງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ.

ງານ Lao Digital Week 2026 ຈະຈັດຂຶ້ນໄປຮອດວັນທີ 25 ຕຸລາ 2026 ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບສະມາຄົມໄອຊີທີ ແລະ ດີຈີຕອນລາວ (LIDA), ພ້ອມດ້ວຍການສະໜັບສະໜູນຈາກພາກທຸລະກິດດີຈີຕອນ, ຜູ້ໃຫ້ບໍລິການໂທລະຄົມ, ອິນເຕີເນັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຜັກດັນການຫັນປ່ຽນດີຈີຕອນຂອງປະເທດໃຫ້ເກີດຜົນເປັນຮູບປະທຳ.

ທີ່ມາ: ວຽງຈັນໃຫມ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles