ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ເພື່ອຍົກລະດັບການຮ່ວມມືຊາວໜຸ່ມລາວ–ຫວຽດນາມ

ວັນທີ 21 ຕຸລາ 2026, ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີ່ນ ເກີ້ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍຫວຽດນາມ, ພ້ອມທັງຊົມເຊີຍຜົນສຳເລັດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດ. ພ້ອມນັ້ນ ໄດ້ຢືນຢັນວ່າ ການສຶກສາອົບຮົມຄົນຮຸ່ນໃໝ່ໃຫ້ສືບທອດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ–ຫວຽດນາມ ແມ່ນໜ້າທີ່ສຳຄັນຂອງອົງການຊາວໜຸ່ມສອງປະເທດ.

ສະຫາຍ ທອງລີ ສີສຸລິດ ຍັງໄດ້ລາຍງານຜົນການພົບປະກັບສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ພ້ອມທັງຂອບໃຈການສະໜັບສະໜູນຂອງຫວຽດນາມຕໍ່ວຽກງານຊາວໜຸ່ມລາວ, ໂດຍສະເພາະໂຄງການສູນຝຶກອົບຮົມຊາວໜຸ່ມ–ເຍົາວະຊົນ ລາວ–ຫວຽດນາມ. ພ້ອມກັນນັ້ນ ໄດ້ສະເໜີ 3 ທິດທາງຮ່ວມມືໃນຕໍ່ໜ້າ ຄື: ການຝຶກອົບຮົມຜູ້ນຳຊາວໜຸ່ມຮຸ່ນໃໝ່, ການພັດທະນາທັກສະອາຊີບ ແລະ ດິຈິຕອນ, ແລະ ການສົ່ງເສີມກິດຈະກຳຊາວໜຸ່ມຊາຍແດນ ແລະ ອາສາສະໝັກ.

ສະຫາຍ ເຈີ່ນ ເກີ້ມ ຕູ໊ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ແລະ ໃຫ້ທິດຊີ້ນຳ 4 ປະເດັນສຳຄັນ ຄື:

1. ຈັດຂະບວນການ ແລະ ກິດຈະກຳຊາວໜຸ່ມຮ່ວມກັນ ເພື່ອຂ່ຳນັບຮັບຕ້ອນປີ 2027, ຊຶ່ງເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ–ຫວຽດນາມ.

2. ສືບຕໍ່ຮັດແໜ້ນຄວາມສາມັກຄີພິເສດ ແລະ ເພີ່ມທະວີການແລກປ່ຽນບົດຮຽນດ້ານການສຶກສາອົບຮົມອຸດົມການໃຫ້ແກ່ຄົນຮຸ່ນໜຸ່ມ.

3. ຍົກສູງຄຸນນະພາບການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຕ້ອງການໃນໄລຍະໃໝ່.

4. ສົ່ງເສີມການນຳໃຊ້ສູນຝຶກອົບຮົມຊາວໜຸ່ມ ລາວ–ຫວຽດນາມ ໃຫ້ເກີດປະໂຫຍດສູງສຸດ ແລະ ສ້າງຜົນສຳເລັດທີ່ເປັນຮູບປະທຳ.

ຕອນທ້າຍ, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ຄຳໂອ້ລົມ ແລະ ທິດຊີ້ນຳຂອງການນຳຂັ້ນສູງຫວຽດນາມ, ພ້ອມຢືນຢັນຈະນຳໄປຜັນຂະຫຍາຍເປັນແຜນງານ ແລະ ກິດຈະກຳຮ່ວມມືຕົວຈິງ ເພື່ອປະກອບສ່ວນເສີມສ້າງສາຍພົວພັນພິເສດ ລາວ–ຫວຽດນາມ ໃຫ້ນັບມື້ໝັ້ນຄົງ ແລະ ມີເນື້ອໃນເລິກເຊິ່ງຍິ່ງຂຶ້ນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles