ໃນວັນທີ 12 ພະຈິກ 2026 ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະກ່ຽວກັບລູກສັດປ່າ (ລູກເສືອແມວ) ຫຼັງຈາກທີ່ໄດ້ຮັບແຈ້ງຈາກ ທ້າວ ໄຊຍະສິດ ພົມພັກດີ ປະຊາຊົນອາໄສຢູ່ບ້ານເສັດຄົດ ຕາແສງກອງຕູ່ນ ເມືອງປາກຊ່ອງ ຜູ້ທີ່ໄດ້ພົບເຫັນ ແລະ ນຳມາລ້ຽງຮັກສາໄວ້ດ້ວຍຄວາມເປັນຫ່ວງຢ້ານຖືກກະທຳຮ້າຍຈາກຄົນ ຫຼື ສັດລ້ຽງອື່ນໆ.
ເຫດການດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 10 ພະຈິກ 2026, ຍາມເມື່ອ ທ້າວ ໄຊຍະສິດ ພົມພັກດີ ໄດ້ ພົບເຫັນລູກເສືອແມວໂຕດັ່ງກ່າວຢູ່ທີ່ສວນຂອງຕົນເອງ ໂດຍມີນ້ຳໜັກປະມານ 3 ກຼາມ ແລະ ເປັນເພດຜູ້. ດ້ວຍຈິດໃຈຮັກ ແລະ ປົກປ້ອງສັດປ່າ, ຜູ້ກ່ຽວຈຶ່ງໄດ້ນຳມາບຳລຸງຮັກສາເບື້ອງຕົ້ນ ພ້ອມທັງປະສານງານຕິດຕໍ່ຫາອົງການຈັດຕັ້ງ ແລະ ມູນນິທິທີ່ກ່ຽວຂ້ອງ ເພື່ອສະໜອງເຈດຈຳນົງ ຂໍສົ່ງມອບໃຫ້ສືບຕໍ່ດູແລ ຢ່າງຖືກຕ້ອງຕາມຫຼັກວິຊາການ.
ການລົງເຄື່ອນໄຫວປະຕິບັດໜ້າທີ່ໃນຄັ້ງນີ້ ນຳພາໂດຍ ທ່ານ ອະນຸສອນ ສິດທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກຊ່ອງ, ພ້ອມດ້ວຍບັນດາ ທ່ານຕາງໜ້າຈາກຕາແສງ, ຂະແໜງການກ່ຽວຂ້ອງ, ອົງການປົກຄອງບ້ານ, ຜູ້ຕາງໜ້າຈາກ ອົງການ WWF ປະຈຳລາວ, ຕະຫຼອດຮອດ ມູນນິທິອະນຸລັກສັດປ່າ ແລະ ຄອບຄົວຂອງຜູ້ພົບເຫັນ ເຂົ້າຮ່ວມຢ່າງພ້ອມພຽງ.
ທີ່ມາ: ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເທືອງປາກຊ່ອງ


