ແຂວງຫລວງພະບາງ ໄດ້ຮັບໃບຢັ້ງຢືນ ເມືອງມິດຕະພາບສາກົນດີເດັ່ນທີ່ ສປ ຈີນ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໂດຍໄດ້ຮັບການເຊື້ອເຊີນຈາກອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ໃນລະຫວ່າງວັນທີ 20-22 ຕຸລາ 2026, ຄະນະຜູ້ແທນແຂວງຫລວງພະບາງ ນຳໂດຍທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເມືອງມິດຕະພາບສາກົນຈີນ ປີ 2026 ທີ່ນະຄອນຊີອານ ແຂວງຊານຊີ ສປ ຈີນ ຊຶ່ງຈັດຂຶ້ນໂດຍສະມາຄົມມິດຕະພາບສາກົນແຫ່ງຊາດຈີນ.

ກອງປະຊຸມດັ່ງກ່າວ, ມີຜູ້ແທນຈາກຫລາຍກວ່າ 61 ປະເທດ, ຫລາຍກວ່າ 135 ແຂວງ ແລະ ນະຄອນເຂົ້າຮ່ວມ. ພາຍໃນງານໄດ້ຈັດກອງປະຊຸມແລກປ່ຽນບົດຮຽນຫລາຍຫົວຂໍ້, ໃນນັ້ນ ຄະນະຜູ້ແທນແຂວງຫລວງພະບາງ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນພາຍໃຕ້ຫົວຂໍ້ “ການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ສົ່ງເສີມການຮຽນຮູ້ອາລິຍະທຳເຊິ່ງກັນ ແລະ ກັນ”.

ພິເສດພາຍໃນກອງປະຊຸມດັ່ງກ່າວ, ແຂວງຫລວງພະບາງ ຍັງໄດ້ຮັບໃບຢັ້ງຢືນເມືອງມິດຕະພາບສາກົນດີເດັ່ນ ໂດຍເປັນໜຶ່ງໃນ 40 ເມືອງມິດຕະພາບສາກົນ ທີ່ໄດ້ຮັບການຄັດເລືອກຈາກເມືອງມິດຕະພາບສາກົນຂອງຈີນ ກວ່າ 3.000 ແຫ່ງທົ່ວໂລກ. ການໄດ້ຮັບໃບຢັ້ງຢືນຄັ້ງນີ້, ຖືເປັນການຍົກລະດັບກຽດສັກສີຂອງແຂວງ ແລະ ສະທ້ອນເຖິງສາຍພົວພັນມິດຕະພາບ ພ້ອມທັງການຮ່ວມມືລະຫວ່າງຫລວງພະບາງກັບສາກົນ.

ຂ່າວ: ຂປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles