ຂ່າວດີ ມາແລ້ວ ! ໂດຍສະເພາະ ນັກສຶກສາ ວິຊາຊີບ, ນັກສຶກສາ ວິທະຍາໄລ/ມະຫາວິທະຍາໄລ ທີ່ ອາໃສ ຢູ່ແຂວງຫຼວງພະບາງ ແລະ ໃກ້ຄຽງ !

ໂຄງການ Diversity Voyage Program ກໍາລັງເຟັ້ນຫາ ນັກຮຽນ ນັກສຶກສາ ທີ່ກໍາລັງສຶກສາວິຊາຊີບ, ນັກສຶກສາ ວິທະຍາໄລ/ມະຫາວິທະຍາໄລ ຈໍານວນ 8 ນ້ອງ ເພື່ອເປັນຕົວແທນ ນັກຮຽນ ນັກສຶກສາຈາກປະເທດລາວ ເຂົ້າຮ່ວມເຮັດກິດຈະກໍາ ກັບນັກຮຽນ ມະຫາວິທະຍາໄລ Zen ຈາກ ປະເທດຍີ່ປຸ່ນ ຢູ່ແຂວງ ຫຼວງພະບາງ. (ມີທຶນ ເຂົ້າຮ່ວມກິດຈະກໍາ ແລະ ໃບຢັ້ງຢືນ ພາຍຫຼັງຈົບໂຄງການ).

ເງື່ອນໄຂການສະໝັກ

– ເປັນນັກສຶກສາ ວິຊາຊີບ, ນັກສຶກສາ ວິທະຍາໄລ/ມະຫາວິທະຍາໄລ ຢູ່ແຂວງຫຼວງພະບາງ ຫຼື ໃກ້ຄຽງ (ນັກສຶກສາ ທີ່ສະໝັກ ມາຈາກແຂວງອື່ນ ຕ້ອງສາມາດກຸ້ມຕົນເອງ ເລື່ອງການເດີນທາງ ທີ່ພັກ)

– ສາມາດສື່ສານ ພາສາອັງກິດໄດ້ ໃນລະດັບດີ

– ມີຄວາມສົນໃຈ ໃນການປົກປັກຮັກສາ ວັດທະນາທໍາ ແລະ ການທ່ອງທ່ຽວແບບຍືນຍົງ

– ມີຄວາມສົນໃຈ ເລື່ອງລາວທາງສັງຄົມລາວ, ຍີ່ປຸ່ນ ແລະ ໂລກ.

– ມີຄວາມສົນໃຈ ຮ່ວມກິດຈະກໍາ ກັບນັກສຶກສາ ປະເທດຍີ່ປຸ່ນ

ສະໝັກອອນລາຍໄດ້ທີ່ລິ້ງຕໍ່ໄປນີ້ >>>

https://bit.ly/DV-LP-2026Dec

(ແບບຟອມສະໝັກຕ້ອງພິມເປັນພາສາອັງກິດ)

ປິດຮັບສະໝັກ: 15/11/2026

ງານຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 15-20 ທັນວາ 2026

ລາຍລະອຽດເພີ່ມຕື່ມ ກ່ຽວກັບການສະໝັກ, ເງື່ອນໄຂ ແລະ ກິດຈະກໍາທີ່ຈະເຮັດ ສາມາດອ່ານຕື່ມໄດ້ ຢູ່ໂພສເຕີ້ ກ້ອງຄອມເມັ້ນ.

ສອບຖາມຂໍ້ມູນເພີ່ມຕື່ມ ຜ່ານເບີວອສແອັບ: 020-55400099

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
6,118FollowersFollow
0SubscribersSubscribe
- Advertisement -spot_img

Latest Articles