ເປີດ 10 ອັນດັບປະເທດທີ່ມີ “ອາຫານເຜັດຮ້ອນທີ່ສຸດໃນໂລກ” ໄທ-ອິນໂດ ຕິດທັອບ 3 ຂະນະທີ່ ອິນເດຍ ຄອງແຊ້ມອັນດັບ 1

ສະຫຼຸບ 10 ອັນດັບປະເທດທີ່ມີອາຫານເຜັດທີ່ສຸດໃນໂລກ ມີດັ່ງນີ້:

1. ອິນເດຍ: ຄອງແຊ້ມອັນດັບ 1 ຂອງໂລກ ດ້ວຍວັດທະນະທຳການໃຊ້ເຄື່ອງເທດ ແລະ ພິກໄທທີ່ເຂັ້ມຂຸ້ນໃນທຸກຄາບອາຫານ.

2. ໄທ : ຕາມມາຕິດໆໃນອັນດັບ 2 ດ້ວຍເອກະລັກຄວາມເຜັດແຊບຈັດຈ້ານຂອງໝາກເຜັດ ແລະ ສະໝຸນໄພພື້ນບ້ານ.

3. ອິນໂດເນເຊຍ: ຄວ້າອັນດັບ 3 ໄປຄອງ ຈາກລົດຊາດອາຫານທີ່ອຸດົມໄປດ້ວຍເຄື່ອງເທດ ແລະ ນໍ້າໝາກເຜັດສູດເດັດ.

4. ໄນຈີເຣຍ: ຕົວແທນຈາກທະວີບອາຟຣິກາທີ່ໂດດເດັ່ນເລື່ອງຄວາມເຜັດຮ້ອນແບບດັ້ງເດີມ.

5. ເອທິໂອເປຍ: ປິດທ້າຍ 5 ອັນດັບທຳອິດ ດ້ວຍເຄື່ອງເທດທີ່ເຜັດຮ້ອນ ແລະ ມີກິ່ນຫອມສະເພາະຕົວ.

6. ສີລັງກາ: ຕິດອັນດັບ 6 ດ້ວຍອາຫານທີ່ເນັ້ນຄວາມເຜັດ ແລະ ລົດຊາດທີ່ເຂັ້ມຂຸ້ນ.

7. ຈີນ: ຢູ່ໃນອັນດັບ 7 ໂດຍສະເພາະອາຫານຈາກມົນທົນເສສວນ ແລະ ຫູໜານ ທີ່ຂຶ້ນຊື່ເລື່ອງຄວາມເຜັດ (ໝ່າລ່າ).

8. ເມັກຊິໂກ: ອັນດັບ 8 ຕົວແທນຈາກທະວີບອາເມຣິກາ ທີ່ເປັນຕົ້ນກຳເນີດຂອງໝາກເຜັດຫຼາກຫຼາຍສາຍພັນ.

9. ມາເລເຊຍ: ຄວ້າອັນດັບ 9 ດ້ວຍການປະສົມປະສານວັດທະນະທຳອາຫານເຜັດຮ້ອນແບບອາຊີຕາເວັນອອກສ່ຽງໃຕ້.

10. ເກົາຫຼີໃຕ້: ປິດທ້າຍອັນດັບ 10 ດ້ວຍເມນູຍອດນິຍົມທີ່ໃຊ້ໝາກເຜັດປົ່ນ ແລະ ຊອດໝາກເຜັດ ເປັນຫຼັກ.

ການຈັດອັນດັບໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງລະດັບຄວາມເຜັດຂອງອາຫານເທົ່ານັ້ນ ແຕ່ຍັງສະທ້ອນເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພູມປັນຍາການປຸງແຕ່ງອາຫານຂອງແຕ່ລະຊາດທີ່ສືບທອດກັນມາຢ່າງຍາວນານ.

ແລ້ວທ່ານເດ? ເຄີຍລອງຊິມອາຫານຈາກປະເທດໃດແດ່ແລ້ວ ແລະ ມັກຄວາມເຜັດຂອງປະເທດໃດຫຼາຍທີ່ສຸດ? ຄອມເມັ້ນມາລົມກັນໄດ້ເລີຍ

ແຫຼ່ງຂໍ້ມູນ: Seasia stats

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
87,400FollowersFollow
0SubscribersSubscribe
- Advertisement -spot_img

Latest Articles