ສູນກາງຊາວໜຸ່ມ ຮ່ວມກັບ ກະຊວງສາທາລະນະສຸກ ເປີດຂະບວນການກວດສຸຂະພາບປີ 2026 ແນ່ໃສ່ສ້າງວັດທະນະທຳໃສ່ໃຈສຸຂະພາບໃຫ້ພະນັກງານລັດຖະກອນ

ວັນທີ 12 ພະຈິກ 2026, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບກະຊວງສາທາລະນະສຸກ ຈັດພິທີເປີດຂະບວນການກວດສຸຂະພາບປະຈຳປີ 2026 ພາຍໃຕ້ຄຳຂວັນ “ຊາວໜຸ່ມຍຸກໃໝ່ ໃສ່ໃຈສຸຂະພາບ ກຽມພ້ອມຕະລຸມບອນ” ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ທ່ານ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະນຳ ແລະ ພະນັກງານ-ລັດຖະກອນຈາກທັງສອງພາກສ່ວນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ທອງລີ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ ການກວດສຸຂະພາບບໍ່ຄວນລໍຖ້າໃຫ້ມີອາການເຈັບປ່ວຍກ່ອນຈຶ່ງໄປພົບແພດ, ແຕ່ຄວນຮູ້ຈັກກວດກາ ແລະ ເບິ່ງແຍງຕົນເອງຢ່າງສະໝ່ຳສະເໝີ. ເພາະການຮູ້ທັນສະພາບສຸຂະພາບຂອງຕົນ ແມ່ນການປ້ອງກັນບັນຫາທີ່ອາດເກີດຂຶ້ນໃນອະນາຄົດ. ພ້ອມນີ້ ທ່ານໄດ້ຊີ້ນຳໃຫ້ພະນັກງານທຸກຄົນນຳໃຊ້ຜົນການກວດ ແລະ ຄຳແນະນຳຈາກທີມແພດໝໍໄປປັບປຸງການດຳລົງຊີວິດ, ພ້ອມທັງສ້າງວັດທະນະທໍາການໃສ່ໃຈສຸຂະພາບ ແລະ ຊ່ວຍກັນເບິ່ງແຍງສຸຂະພາບພາຍໃນອົງກອນ.

ພ້ອມດຽວກັນ ທ່ານ ດຣ. ໄພວັນ ແກ້ວປະເສີດ ເນັ້ນວ່າ ການກວດສຸຂະພາບປະຈຳປີເປັນມາດຕະການສຳຄັນໃນການປ້ອງກັນພະຍາດ ແລະ ຄົ້ນຫາຄວາມຜິດປົກກະຕິແຕ່ໄລຍະຕົ້ນ ເພາະພະຍາດຫຼາຍຊະນິດອາດບໍ່ສະແດງອາການໃນໄລຍະທຳອິດ. ພ້ອມທັງເຊີນຊວນໃຫ້ພະນັກງານກວດສຸຂະພາບຢ່າງສະໝ່ຳສະເໝີ ຄວບຄູ່ກັບການປັບປຸງວິຖີຊີວິດໃຫ້ດີຕໍ່ສຸຂະພາບ.

ຂະບວນການກວດສຸຂະພາບໃນຄັ້ງນີ້ທັງໝົດ 17 ລາຍການ ຄອບຄຸມການກວດເລືອດ, ນ້ຳຕານ, ໄຂມັນ, ການເຮັດວຽກຂອງໄຕ ແລະ ຕັບ, ຫົວໃຈ, ປອດ, ສາຍຕາ, ຫູ-ດັງ-ຄໍ, ເອັກສະເລ ປອດ ແລະ ທ້ອງ, ພ້ອມທັງສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່ ແລະ ໃຫ້ຄຳແນະນຳສຸຂະພາບເປັນລາຍບຸກຄົນ. ນອກນີ້ ຍັງມີການກວດສາຍຕາ ແລະ ສະໜັບສະໜູນແວ່ນຕາ ໂດຍຮ້ານໃຕ້ຟ້າການແວ່ນ.

ກິດຈະກຳດັ່ງກ່າວເປັນການຜັນຂະຫຍາຍ MOU ລະຫວ່າງກະຊວງສາທາລະນະສຸກ ແລະ ສຊປລ ໄລຍະປີ 2026-2030 ເພື່ອຮ່ວມກັນສົ່ງເສີມສຸຂະພາບໄວໜຸ່ມ-ເຍົາວະຊົນ, ປ້ອງກັນພະຍາດ ແລະ ຂະຫຍາຍການເຂົ້າເຖິງບໍລິການສຸຂະພາບ.

ການກວດສຸຂະພາບຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການກວດຫາພະຍາດ ແຕ່ຍັງເປັນການລົງທຶນໃຫ້ແກ່ຄົນ ແລະ ສ້າງພະນັກງານທີ່ມີສຸຂະພາບດີ ພ້ອມປະຕິບັດພາລະໜ້າທີ່. ສຸຂະພາບດີ ເລີ່ມຈາກການໃສ່ໃຈ ແລະ ປ້ອງກັນແຕ່ມື້ນີ້.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,500,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles