ນະຄອນຫຼວງວຽງຈັນ – ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການລົງວັນທີ 10 ພະຈິກ 2026 ຫ້າມບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຜູ້ປະກອບການ ແລະ ບຸກຄົນ ປະດິດ, ວາງຂາຍ ຫຼື ໂຄສະນາຜະລິດຕະພັນ ແລະ ຂອງທີ່ລະນຶກທີ່ເຮັດຈາກໃບເງິນກີບ (ທະນະບັດ) ເພື່ອຮັກສາຄຸນຄ່າ ແລະ ກຽດສັກສີຂອງເງິນຕາແຫ່ງຊາດ.
ຕາມແຈ້ງການລະບຸວ່າ ໃນໄລຍະຜ່ານມາ ພົບເຫັນບາງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ນຳເອົາທະນະບັດເງິນກີບໄປປະດິດເປັນສິ່ງຂອງຕ່າງໆ ເຊັ່ນ: ຕົ້ນກະລະພຶກ, ພວງມະໄລ, ຂັນໝາກເບັງ, ຊໍ່ດອກໄມ້ ແລະ ສິ່ງປະດິດອື່ນໆ ລວມທັງການນຳເອົາທະນະບັດໃໝ່ໄປວາງຂາຍໃນລາຄາສູງກວ່າມູນຄ່າຈິງ ເພື່ອຫວັງຜົນກຳໄລ ແລະ ໂຄສະນາຂາຍຜ່ານສື່ອອນລາຍ.
ການກະທຳດັ່ງກ່າວ ອາດເຮັດໃຫ້ທະນະບັດເສື່ອມຄຸນນະພາບ ແລະ ສົ່ງຜົນກະທົບຕໍ່ພາບພົດ, ຄຸນຄ່າ ແລະ ກຽດສັກສີຂອງເງິນກີບ ເຊິ່ງເປັນສະກຸນເງິນປະຈຳຊາດ.
ມາດຕະການຫ້າມຕາມແຈ້ງການ
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກຳນົດຂໍ້ຫ້າມສຳຄັນດັ່ງນີ້:
1. ຫ້າມປະດິດ ແລະ ນຳໄປຈຳໜ່າຍ: ຫ້າມຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຜູ້ປະກອບການ ແລະ ບຸກຄົນ ນຳໃບເງິນກີບໄປປະດິດເປັນຜະລິດຕະພັນ, ຂອງທີ່ລະນຶກ, ພວງມະໄລ, ຊໍ່ດອກໄມ້ ຫຼື ສິ່ງປະດິດອື່ນໆ ເພື່ອວາງຂາຍ ຫຼື ໂຄສະນາຜ່ານສື່ອອນລາຍ.
2. ຫ້າມຂາຍ ຫຼື ແລກປ່ຽນເງິນເກີນມູນຄ່າ: ຫ້າມນຳເອົາທະນະບັດເງິນກີບ ໂດຍສະເພາະໃບເງິນໃໝ່ ໄປວາງຂາຍ ຫຼື ແລກປ່ຽນເພື່ອຫວັງຜົນກຳໄລເກີນມູນຄ່າທະນະບັດໃນທຸກຮູບການ.
3. ເພີ່ມການໂຄສະນາ ແລະ ກວດກາ: ມອບໃຫ້ຂະແໜງການຄ້າພາຍໃນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າປະຈຳເມືອງ ປະສານກັບຄະນະກຳມະການປົກຄອງເມືອງ, ຕາແສງ ແລະ ບ້ານ ເພື່ອເຜີຍແຜ່, ແນະນຳ, ສຶກສາອົບຮົມ, ຕິດຕາມ ແລະ ກວດກາຫ້າງຮ້ານ ແລະ ຜູ້ປະກອບການໃຫ້ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ.
ຜູ້ຝ່າຝືນອາດຖືກປັບໃໝຕາມລະບຽບການ
ສຳລັບຜູ້ລະເມີດແຈ້ງການໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ຈະຖືກດຳເນີນມາດຕະການຕາມລັກສະນະການກະທຳ. ຖ້າເປັນການລະເມີດເບົາບາງ ແລະ ເປັນຄັ້ງທຳອິດ ຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ບັນທຶກເປັນລາຍລັກອັກສອນ.
ສ່ວນຜູ້ທີ່ຜ່ານການສຶກສາອົບຮົມແລ້ວ ແຕ່ຍັງສືບຕໍ່ລະເມີດ ຈະຖືກນຳໃຊ້ມາດຕະການປັບໃໝ ຫຼື ມາດຕະການອື່ນໆ ຕາມດຳລັດວ່າດ້ວຍການຄຸ້ມຄອງທະນະບັດ ເລກທີທ 854/ລບ, ລົງວັນທີ 31 ທັນວາ 2025.
ດັ່ງນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງແຈ້ງໃຫ້ບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຜູ້ປະກອບການ ແລະ ປະຊາຊົນ ຮັບຊາບ ແລະ ຮ່ວມກັນປະຕິບັດຕາມແຈ້ງການດັ່ງກ່າວຢ່າງເຂັ້ມງວດ ເພື່ອຮ່ວມກັນຮັກສາຄຸນຄ່າ ແລະ ກຽດສັກສີຂອງເງິນກີບ ເຊິ່ງເປັນເງິນຕາປະຈຳຊາດລາວ.


