ຊາວໜຸ່ມລາວ–ຫວຽດນາມ ຮັດແໜ້ນຄວາມສາມັກຄີພິເສດ ຊຸກຍູ້ 4 ທິດທາງການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລາ 2026, ຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ສະຫາຍ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ພົບປະເຮັດວຽກສອງຝ່າຍກັບຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ ສສ ຫວຽດນາມ, ໂດຍມີ ສະຫາຍ ບຸ່ຍ ກວາງ ຮຸ່ຍ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການພົບປະດຳເນີນໄປໃນບັນຍາກາດແຫ່ງມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ໂດຍທັງສອງຝ່າຍໄດ້ທົບທວນໝາກຜົນການຮ່ວມມືໄລຍະຜ່ານມາ ແລະ ແລກປ່ຽນທິດທາງການຮ່ວມມືໃນຕໍ່ໜ້າ.

ໃນໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ; ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືຂອງສອງອົງການຈັດຕັ້ງຊາວໜຸ່ມ ໂດຍສະເພາະການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງພະນັກງານ ແລະ ການສຶກສາອົບຮົມມູນເຊື້ອມິດຕະພາບລາວ–ຫວຽດນາມ ໃຫ້ແກ່ຄົນຮຸ່ນໃໝ່.

ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະ 2022–2027 ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ທັງສອງຝ່າຍໄດ້ເຫັນດີຊຸກຍູ້ 4 ທິດທາງການຮ່ວມມືຈຸດສຸມ ຄື:

1) ເພີ່ມທະວີການໂຄສະນາສຶກສາອົບຮົມມູນເຊື້ອມິດຕະພາບ: ສົ່ງເສີມການນຳໃຊ້ສື່ດິຈິຕອນ ແລະ ກິດຈະກຳຮຽນຮູ້ປະຫວັດສາດຮ່ວມກັນ, ພ້ອມທັງຄົ້ນຄວ້າການສ້າງໂຄງການ “ຄວາມຊົງຈຳການປະຕິວັດລາວ–ຫວຽດນາມ” ໃນຮູບແບບຄັງຂໍ້ມູນ ຫຼື ນິທັດສະການດິຈິຕອນ ໃນໂອກາດປີ 2027.

2) ຍົກລະດັບການແລກປ່ຽນຊາວໜຸ່ມ: ສືບຕໍ່ການແລກປ່ຽນຄະນະຜູ້ແທນ, ຄ້າຍພັກແລ້ງ ແລະ ຄົ້ນຄວ້າຂະຫຍາຍກິດຈະກຳຮ່ວມມືດ້ານການພັດທະນາຜູ້ນຳຊາວໜຸ່ມ, ຜູ້ປະກອບການໜຸ່ມ, ທັກສະດິຈິຕອນ ແລະ ວຽກງານອາສາສະໝັກ.

3) ຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນ: ສົ່ງເສີມໃຫ້ອົງການຈັດຕັ້ງຊາວໜຸ່ມຂອງບັນດາແຂວງແຮກສ່ຽວ ແລະ ແຂວງຊາຍແດນ ຮ່ວມກັນຈັດກິດຈະກຳອາສາສະໝັກ, ປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມການສຶກສາ ແລະ ພັດທະນາທັກສະອາຊີບ.

4) ເພີ່ມທະວີການບຳລຸງສ້າງ ແລະ ການປະສານງານ: ສືບຕໍ່ຮ່ວມມືຝຶກອົບຮົມພະນັກງານຊາວໜຸ່ມ ໂດຍນຳໃຊ້ສູນຝຶກອົບຮົມຊາວໜຸ່ມ–ເຍົາວະຊົນ ລາວ–ຫວຽດນາມ ໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງເພີ່ມທະວີການປະສານງານໃນບັນດາເວທີຊາວໜຸ່ມລະດັບພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ຝ່າຍລາວຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ຝ່າຍຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການສູນຝຶກອົບຮົມຊາວໜຸ່ມ–ເຍົາວະຊົນ ລາວ–ຫວຽດນາມ ເຊິ່ງເປັນອີກໜຶ່ງສັນຍະລັກອັນສຳຄັນຂອງມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ.

ໃນຕອນທ້າຍ, ສະຫາຍ ທອງລີ ສີສຸລິດ ໄດ້ເຊື້ອເຊີນ ສະຫາຍ ບຸ່ຍ ກວາງ ຮຸ່ຍ ພ້ອມຄະນະຜູ້ແທນຂັ້ນສູງຊາວໜຸ່ມກອມມູນິດ ໂຮ່ຈີມິນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນເວລາທີ່ເໝາະສົມ.

ການພົບປະຄັ້ງນີ້ ເປັນອີກບາດກ້າວສຳຄັນໃນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດລະຫວ່າງລາວ–ຫວຽດນາມ ໃຫ້ສືບທອດຢ່າງໝັ້ນຄົງສູ່ຄົນຮຸ່ນໃໝ່, ພ້ອມທັງຫັນຄວາມສາມັກຄີພິເສດໃຫ້ເປັນການຮ່ວມມືທີ່ມີເນື້ອໃນ ແລະ ເກີດຜົນປະໂຫຍດຕົວຈິງຕໍ່ຊາວໜຸ່ມຂອງສອງປະເທດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles