ສະມາຊິກສະພາແຫ່ງຊາດ ສະເໜີ ການສ້າງຕັ້ງເຂດເສດຖະກິດພິເສດ ຕ້ອງໄດ້ຮັບການຕົກລົງເຫັນດີຈາກ ຄະນະປະຈຳສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ນະຄະເສນ ສີຫາລາດ ໄດ້ມີຄຳເຫັນແລກປ່ຽນໃນ 4 ຈຸດສຳຄັນຄື:

1. ສະເໜີຕໍ່ກັບບັນຫາ ການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຕ້ອງໄດ້ຮັບການຕົກລົງເຫັນດີຈາກ ຄະນະປະຈຳສະພາແຫ່ງຊາດ ຫຼື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ;

2. ສະເໜີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານ ລະຫວ່າງລັດຖະບານ ກັບສະພາ ແຫ່ງຊາດໃຫ້ຊັດເຈນ ໂດຍສະເພາະ ການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫຼື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນ ດີຈາກສະພາແຫ່ງຊາດ;

3. ຄວນເພີ່ມຂໍ້ກຳນົດກ່ຽວກັບກົນໄກ ແລະ ມາດຕະການໃນການຕິດຕາມ ກວດ ກາ ການລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ຫຼື ການແກ້ໄຂຄຳສະເໜີ, ຄຳຊັກຖາມ ແລະ ຄຳແນະນຳຂອງກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ;

4. ສະເໜີໃຫ້ກຳນົດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ໃນການເປັນເຈົ້າການ ແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາເຂົ້າໃນກົດໝາຍລັດຖະບານຕື່ມ.

ທີ່ມາ: ໜັງສືພິມປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles