ວັນທີ 14-17 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີວຽກງານມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊິງຊັ່ງ ຕາມທ້ອງຕະຫລາດພາຍໃນເທສະບານ ແຂວງຄໍາມ່ວນ, ໃນນີ້ກວດກາບໍລິມາດຫົວຈ່າຍໄດ້ຈໍານວນ 12 ປໍ້າ ແລະ ກວດກາຊິງຊັ່ງຕະຫລາດໄດ້ຈໍານວນ 102 ຮ້ານ.
ຜ່ານການກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ: ນໍ້າມັນກາຊວນ ແລະ ນໍ້າມັນແອັດຊັງ ບາງປໍ້າຍັງມີຫົວຈ່າຍຈໍານວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກໍານົດ ±25, ແຕ່ສະພາບຕູ້ຈ່າຍ ແລະ ກົ່ວໜີບຊິມລັອກ ຢູ່ໃນສະພາບປົກກະຕິ, ເມື່ອມີການໃຊ້ງານເປັນປະຈໍາອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫລຸດລົງ.
ດັ່ງນັ້ນ, ທີມກວດກາຈຶ່ງໄດ້ປັບໃຫ້ຢູ່ໃນຄ່າອະນຸຍາດທີ່ກໍານົດ ພ້ອມທັງເຮັດບົດບັນທຶກກ່າວເຕືອນໄວ້, ສໍາຫລັບຊິງຊັ່ງຕະຫລາດ ແມ່ນຢຶດໄດ້ຊິງຊັ່ງທີ່ບໍ່ຖືກຕ້ອງຈໍານວນ 13 ໜ່ວຍເພື່ອເອົາມາທໍາລາຍ.
ຖ້າຫາກພົບເຫັນຄວາມຜິດປົກກະຕິ ຫລື ສົງໄສກ່ຽວກັບບໍລິມາດ ຫົວຈ່າຍນໍ້າມັນເຊື່ອໄຟ ຫລື ຊື້ສິນຄ້າ ແລ້ວຊັ່ງເຄື່ອງໄດ້ບໍ່ເຕັມຕາມຈໍານວນສາມາດໂທຫາສາຍດ່ວນ 1513 ເພື່ອຮ້ອງຮຽນໄດ້.
ຂໍ້ມູນ: ກົມມາດຕະຖານ ແລະ ວັດແທກ


