ໃນວັນທີ 10 ຕຸລາ 2026 ໂດຍປະຕິບັດຕາມ ຄໍາສັ່ງເລກທີ 06 / ນຍ ລົງວັນທີ 07/03/2025 ແລະ ຄໍາສັ່ງເລກທີ 46 /ນຍ ລົງວັນທີ 13/04/2026 ວ່າດ້ວຍການຕອບຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້ຂາຍ, ນໍາເຂົ້າ, ສົ່ງອອກແຮ່ທາດ, ຜະລິດຕະພັນຕ່າງໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ອີງຕາມ ການແຈ້ງຂອງພົນລະເມືອງດີແຈ້ງໃຫ້ຮູ້ວ່າ ຢູ່ທີ່ຫ້ວຍນໍ້າພານ, ບ້ານຄັງໂຮງ, ເມືອງຄູນ, ແຂວງຊຽງຂວາງ ໄດ້ມີການລັກລອບດຳເນີນການຂຸດຄົ້ນແຮ່ຄຳໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ສະນັ້ນ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຊີ້ນໍາໜ່ວຍງານຄະນະສະເພາະກິດລົງກວດການພື້ນທີ່ຕົວຈິງ, ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ.
ຜ່ານການລົງກວດກາຕົວຈິງຢູ່ໃນສະໜາມຂອງໜ່ວຍງານຄະນະສະເພາະກິດ ໄດ້ພົບເຫັນການລັກລອບດຳເນີນການຂຸດຄົ້ນແຮ່ຄຳໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ສາມາດກັກຕົວຜູ້ລັກລອບໄດ້ 3 ຄົນ ຄື:
1. ນາງ ແກ້ວ ມະນີ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ( ເປັນເຈົ້າຂອງ).
2. ທ້າວ ວົງ ພອນວິໄລ ຢູ່ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ( ເປັນເຈົ້າຂອງ).
3. ທ້າວ ຫຼ້າ ຢູ່ບ້ານ ໂພນສະອາດ, ເມືອງແປກ, ແຂວງຊຽງຂວາງ ( ເປັນຜູ້ຊ່ວຍວຽກໃນພາກສະ ໜາມ).
ໃນນີ້, ສາມາດກວດຢຶດອຸປະກອນ ແລະ ເຄື່ອງມືທີ່ໃຊ້ເຂົ້າໃນການຂຸດຄົ້ນແຮ່ທາດໄດ້ຫຼາຍລາຍການ ເຊັ່ນ: ລົກຈົກ ຈໍານວນ 6 ຄັນ, ເຄື່ອງດູດນ້ຳ ຈໍານວນ 5 ເຄື່ອງ, ຕະແກງຮ່ອນຄໍາ ຈໍານວນ 3 ເຄື່ອງ, ລົດຈັກ ຈໍານວນ 01 ຄັນ, ເຄື່ອງປັ່ນໄຟ ຈໍານວນ 01 ເຄື່ອງ ແລະ ເຄື່ອງມືອື່ນໆ ທີ່ນໍາໃຊ້ເຂົ້າໃນການລັກລອບ ແລະ ຂຸດຄົ້ນແຮ້ທາດທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສະພາບແວດລ້ອມ ແລະ ແຫຼ່ງນ້ຳທຳມະຊາດໃນເຂດດັ່ງກ່າວ.
ຕໍ່ກັບເຫດການດັ່ງກ່າວ, ໜ່ວຍງານຄະນະສະເພາະກິດ, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຢຸດຕິທຸກກິດຈະກຳການຂຸດຄົ້ນໃນທັນທີ, ພ້ອມທັງເຮັດບົດບັນທຶກກວດຢຶດສັບສິນເປັນຂອງກາງ ແລະ ເປັນຫຼັກຖານນຳສົ່ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ທີ່ມາ: ກອງບັນຊາການທະຫານແຂວງຊຽງຂວາງ


