ແຂວງຄຳມ່ວນ ກະກຽມຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2026 ຢ່າງຄຶກຄື້ນ ໃນລະຫວ່າງວັນທີ 21-26 ຕຸລານີ້ ທີ່ເທສະບານເມືອງທ່າແຂກ ໂດຍມີເຮືອເຂົ້າຮ່ວມແຂ່ງຂັນ 31 ລຳ ຊີງເງິນລາງວັນລວມກວ່າ 500 ລ້ານກີບ ພ້ອມກິດຈະກຳທາງສາສະໜາ, ຕະຫຼາດສິນຄ້າທ້ອງຖິ່ນ ແລະ ການໄຫຼເຮືອໄຟອັນງົດງາມ.
ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ປະທານຄະນະກຳມະການຈັດງານ ໃຫ້ຂໍ້ມູນວ່າ ງານບຸນປີນີ້ຈະມີກິດຈະກຳຫຼາຍລາຍການ ໂດຍມີກຳນົດການສຳຄັນດັ່ງນີ້:
ວັນທີ 21-22 ຕຸລາ: ຈັດກິດຈະກຳທາງສາສະໜາ ແລະ ພິທີຕາມຮີດຄອງປະເພນີ ເຊັ່ນ ນະມັດສະການຫໍຫຼັກເມືອງ, ປ່ຽນຜ້າ 7 ສີ, ຜູກເສົາຫຼັກເມືອງ, ຕັກບາດ ແລະ ຖວາຍສັງຄະທານແດ່ພະສົງ.
ວັນທີ 23 ຕຸລາ: ເວລາ 17:00 ໂມງ ເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າໂອດ໋ອບ (ODOP) ຢູ່ບໍລິເວນຫໍຈາລຶກປະຫວັດສາດ 21 ມີນາ ລວມມີສິນຄ້າເດັ່ນຈາກ 10 ເມືອງ ແລະ ຜູ້ປະກອບການ ເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນ.
ວັນທີ 24-26 ຕຸລາ: ເປັນຊ່ວງຫຼັກຂອງງານບຸນ ໂດຍມີເຮືອເຂົ້າຮ່ວມ 31 ລຳ ຈາກພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ແບ່ງການແຂ່ງຂັນອອກເປັນ 5 ປະເພດ ຊີງເງິນລາງວັນລວມກວ່າ 500 ລ້ານກີບ. ພິເສດມີການແຂ່ງຂັນເຮືອຂຸດ-ເຈາະ ຫຼື ເຮືອໂຊ້ ປະເພດ 30-35 ສີພາຍ ທັງປະເພດຊາຍ ແລະ ຍິງ ເພື່ອອະນຸລັກຮູບແບບການແຂ່ງເຮືອດັ້ງເດີມ.
ວັນທີ 24 ຕຸລາ: ເວລາ 09:00-10:00 ໂມງ ຈັດພິທີເປີດງານບຸນຢ່າງເປັນທາງການ ພ້ອມການສະແດງບິນດ້ວຍບານລູນ ແລະ ພາຣາມໍເຕີ. ຈາກນັ້ນ ເວລາ 10:00-16:00 ໂມງ ເປັນການແຂ່ງຂັນເຮືອຂຸດ-ເຈາະ ປະເພດຊາຍ 30-35 ສີພາຍ ພ້ອມຊີງຊະນະເລີດ.
ວັນທີ 25 ຕຸລາ: ເວລາ 08:30-16:00 ໂມງ ຈັດການແຂ່ງຂັນເຮືອຂຸດ-ເຈາະ ປະເພດຍິງ 30-35 ສີພາຍ ແລະ ເຮືອສູດປະກອບ ປະເພດຊາຍ 30-35 ສີພາຍ. ພ້ອມມີການສະແດງເຮືອເຊີ້ງ 2 ລຳ ດ້ວຍການຟ້ອນ, ຂັບລຳ ແລະ ກາບກອນເຊີ້ງ.
ວັນທີ 26 ຕຸລາ: ເວລາ 08:30-16:00 ໂມງ ຈັດການແຂ່ງຂັນເຮືອຊ່ວງມິດຕະພາບທ່າແຂກ-ນະຄອນພະນົມ ປະເພດຊາຍ ແລະ ເຮືອສູດປະກອບປະເພດຊາຍ 50-55 ສີພາຍ. ເວລາ 16:00 ໂມງ ມີພິທີຕີຊ້າງນ້ຳນອງ ແລະ ເວລາ 16:30 ໂມງ ປິດການແຂ່ງຂັນ ພ້ອມມອບລາງວັນໃຫ້ເຮືອທີ່ຊະນະທັງ 5 ປະເພດ.
ໄຮໄລທ໌ຫ້າມພາດ! ການໄຫຼເຮືອໄຟ ວັນທີ 26 ຕຸລາ ເວລາ 19:00 ໂມງ
ປີນີ້ຈະມີເຮືອໄຟປະຍຸກຂະໜາດໃຫຍ່ 13 ລຳ ຄວາມຍາວປະມານ 40-100 ແມັດ, ກວ້າງ 7 ແມັດ ແລະ ສູງ 7-12 ແມັດ ຕົກແຕ່ງດ້ວຍຮູບສັນຍະລັກອັນໂດດເດັ່ນ ເຊັ່ນ ພະຍານາກ 7 ຫົວ, ພະທາດສີໂຄດຕະບອງ, ແຄນ, ແອບເຂົ້າ, ນາກຄູ່ຫົງ, ພະຍາຫົງ, ຄອບຄົວພະຍາຊ້າງ ພ້ອມຮູບແບບອື່ນໆ ທີ່ສະທ້ອນເຖິງວັດທະນະທຳ ແລະ ເອກະລັກຂອງທ້ອງຖິ່ນ.
ນອກນັ້ນ ຍັງມີກະໂທງສາຍ 2.569 ດວງ ແລະ ການສະແດງບັ້ງພຸ 1.000 ລູກ ເພີ່ມສີສັນໃຫ້ງານບຸນຍາມຄ່ຳຄືນ.
ງານບຸນອອກພັນສາ ແລະ ຊ່ວງເຮືອຄຳມ່ວນ ບໍ່ພຽງເປັນການສືບສານຮີດຄອງປະເພນີອັນດີງາມ ແຕ່ຍັງເປັນໂອກາດສົ່ງເສີມການທ່ອງທ່ຽວ, ການຄ້າຂາຍ ແລະ ສ້າງຄວາມຄຶກຄື້ນໃຫ້ແກ່ແຂວງຄຳມ່ວນ.
ທີ່ມາ: ປະຊາຊົນ


