ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ອອກແຈ້ງການເຖິງເຈົ້າຂອງສັດລ້ຽງ ປະເພດໝາ ແລະ ແມວ ໃຫ້ນໍາສັດລ້ຽງເຂົ້າຮັບວັກຊີນ ເພື່ອປ້ອງກັນ ພະຍາດວໍ້ (Rabies) ໃນວັນທີ 28 ກັນຍາ 2026.
ການຈັດກິດຈະກໍາຄັ້ງນີ້ ດໍາເນີນເນື່ອງໃນ ວັນໂລກຕ້ານພະຍາດວໍ້ (World Rabies Day) ປະຈໍາປີ 2026 ໂດຍອີງໃສ່ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສປຊ, ລົງວັນທີ 11 ພະຈິກ 2016 ແລະ ໜັງສືກົມລ້ຽງສັດ ແລະ ການປະມົງ ເລກທີ 3552/ກລປ, ລົງວັນທີ 20 ສິງຫາ 2026.
ຕາມແຈ້ງການ, ກິດຈະກໍາຈະຈັດຂຶ້ນໃນວັນທີ 28 ກັນຍາ 2026, ເລີ່ມແຕ່ເວລາ 08:30 ໂມງ ຫາ 16:00 ໂມງ, ຢູ່ທີ່ ພະແນກລ້ຽງສັດ ແລະ ການປະມົງ ແຂວງຫຼວງພະບາງ, ບ້ານມາດອງ, ບໍລິເວນຕິດກັບຝັ່ງນ້ຳຂອງ.
ພະແນກ ໄດ້ແຈ້ງໃຫ້ບັນດາເຈົ້າຂອງໝາ ແລະ ແມວ ຮັບຊາບ ແລະ ພ້ອມກັນນໍາສັດລ້ຽງຂອງຕົນເຂົ້າຮັບວັກຊີນຕາມວັນ ແລະ ເວລາທີ່ກໍານົດ.
ການຈັດກິດຈະກໍາດັ່ງກ່າວ ຈັດຂຶ້ນໃນໂອກາດວັນໂລກຕ້ານພະຍາດວໍ້ ຊຶ່ງກົງກັບວັນທີ 28 ກັນຍາຂອງທຸກປີ. ໃນປີ 2026 ເປັນການຄົບຮອບ 19 ປີ ນັບຈາກວັນທີ 28 ກັນຍາ 2007 ຫາວັນທີ 28 ກັນຍາ 2026.
ສໍາລັບເຈົ້າຂອງສັດລ້ຽງທີ່ຕ້ອງການສອບຖາມຂໍ້ມູນ ສາມາດຕິດຕໍ່:
ທ. ຄໍາລາ: 020 2235 5751
ທ. ບຸນສະໄໝ: 020 2353 9997
ທ. ກ້ອຍ: 020 5468 8840
ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ຈຶ່ງຂໍແຈ້ງມາຍັງບັນດາເຈົ້າຂອງໝາ ແລະ ແມວ ໃຫ້ຮັບຊາບ ແລະ ນໍາສັດລ້ຽງເຂົ້າຮັບວັກຊີນຕາມກໍານົດ.


