ຂ່າວດີສຳລັບຊາວແຂວງຫົວພັນ ການລົງເຄື່ອນໄຫວກວດພະຍາດຕາ, ແທກສາຍຕາ ແລະ ຜ່າຕັດ ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສາຍຕາໂລກ ປະຈາປີ 2026

ໂຮງຫມໍແຂວງຫົວພັນ ຂໍແຈ້ງມາຍັງ ການນໍາແຂວງ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນຊາວແຂວງຫົວພັນທຸກທ່ານຊາບວ່າ: ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນສາຍຕາໂລກ ໃນວັນ ທີ 8 ຕຸລາ 2026 ທີ່ຈະມາເຖິງນີ້, ທາງໂຮງຫມໍແຂວງຫົວພັນ ຈະໄດ້ຈັດກິດຈະກໍາລົງເຄື່ອນທີ່ກວດພະຍາດຕາ, ແທກສາຍຕາ ແລະ ປິ່ນປົວ ຕາມແຜນການ ລາຍລະອຽດດັ່ງນີ້:

ວັນທີ 30 ກັນຍາ 2026 (ເວລາ 8:00 – 16:00 ໂມງ): ລົງເຄື່ອນທີ່ກວດພະຍາດຕາ ແລະ ແທກ ສາຍຕາ ໃຫ້ພະນັກງານນັກຮົບຜູ້ທີ່ມີບັນຫາທາງສາຍຕາ ຢູ່ທີ່ກອງບັນຊາການທະຫານແຂວງຫົວພັນ.

ວັນທີ 1 ຕຸລາ 2026 (ເວລາ 8:00 – 16:00 ໂມງ): ລົງເຄື່ອນທີ່ກວດພະຍາດຕາ ແລະ ແທກສາຍຕາ ໃຫ້ພະນັກງານນັກຮົບຜູ້ທີ່ມີບັນຫາທາງສາຍຕາ ຢູ່ທີ່ກອງບັນຊາການ ປກສ ແຂວງຫົວພັນ.

ວັນທີ 2 ຕຸລາ 2026 (ເວລາ 8:00 – 16:00 ໂມງ): ລົງເຄື່ອນໄຫວກວດພະຍາດຕາ ແລະ ແທກສາຍຕາ ໃຫ້ການນໍາແຂວງ ແລະ ພະນັກງານລັດຖະກອນ ຜູ້ທີ່ມີບັນຫາທາງສາຍຕາ ຢູ່ບັນດາພະແນກການອ້ອມຂ້າງ ແຂວງ ໂດຍຈະຈັດຂຶ້ນທີ່ຫ້ອງວ່າການແຂວງຫົວພັນ.

ວັນທີ 5 ຫາ 7 ຕຸລາ 2026 (ບໍລິການ 3 ວັນເຕັມ): ໃຫ້ບໍລິການກວດ, ກັ່ນຕອງຄົນເຈັບ, ບໍລິການ ຜ່າຕັດແກ່ນຕາຂຸ້ນ ແລະ ຜ່າຕັດຊີ້ນຕາປົ່ງ ຢູ່ທີ່ຫນ່ວຍງານຕາ ໂຮງຫມໍແຂວງຫົວພັນ ໂດຍໄດ້ຮັບກຽດຈາກທ່ານ ຫມໍຜ່າຕັດທີ່ມາແຕ່ສູນຕານະຄອນຫຼວງ ຮ່ວມກັບຫມໍຜ່າຕັດປະຈໍາໂຮງຫມໍແຂວງ.

ວັນທີ 8 ຕຸລາ 2026 (ບໍລິການ 1 ວັນເຕັມ): ເປັນມື້ສະເຫຼີມສະຫຼອງວັນສາຍຕາໂລກ ຈະມີການເປີດຕາ ຄົນເຈັບຫຼັງການຜ່າຕັດ, ບໍລິການກວດສຸຂະພາບຕາຟຣີ ແລະ ພິເສດແມ່ນຈະມີການແຈກຢາຍແວ່ນຕາອ່ານຫນັ ງສືໃຫ້ຜູ້ສູງອາຍຸຟຣີ ຢູ່ທີ່ໂຮງຫມໍແຂວງຫົວພັນ.

ນອກຈາກນີ້, ໃນໂຄງການຍັງຈະມີການແຈກຢາຍແວ່ນຕາອ່ານຫນັງສືຟຣີ ໃຫ້ແກ່ຜູ້ສູງອາຍຸທີ່ມີບັນຫາທາງ ສາຍຕາຕື່ມອີກ (ມີຈໍານວນຈໍາກັດ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ເພື່ອຮັບຊາບ ແລະ ເຊີນຊວນຜູ້ທີ່ມີບັນຫາທາງດ້ານ ສາຍຕາ ເຂົ້າຮ່ວມຮັບການບໍລິການ ຕາມວັນ, ເວລາ ແລະ ສະຖານທີ່ດັ່ງກ່າວດ້ວຍ.

ແຈ້ງການຢູ່ດ້ານລຸ່ມ

Related Articles

0FansLike
123,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles