ດ່ວນ! ຫຼວງພະບາງພົບໝູຕາຍເກືອບ 1,000 ໂຕ ເລັ່ງຄຸມການເຄື່ອນຍ້າຍ

ຫຼວງພະບາງ: ວັນທີ 15 ກັນຍາ 2026 ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ເລັ່ງສະກັດກັ້ນການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ຫຼັງກວດພົບກໍລະນີສົງໄສໃນຫຼາຍພື້ນທີ່ ແລະ ມີໝູຕາຍລວມເກືອບ 1,000 ໂຕ.

ຕາມການໃຫ້ສຳພາດຂອງ ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ມາຮອດວັນທີ 14 ກັນຍາ ພົບກໍລະນີສົງໄສໃນ 3 ເມືອງ ຄື ວຽງຄຳ, ນານ ແລະ ຈອມເພັດ ລວມ 7 ບ້ານ, 125 ຄອບຄົວ ແລະ ມີໝູຕາຍເບື້ອງຕົ້ນກວ່າ 700 ໂຕ ຄິດເປັນມູນຄ່າເສຍຫາຍກວ່າ 1 ຕື້ 130 ລ້ານກີບ.

ໃນນັ້ນ ເມືອງວຽງຄຳ ພົບ 3 ບ້ານ, 52 ຄອບຄົວ ມີໝູຕາຍ 276 ໂຕ ເສຍຫາຍກວ່າ 550 ລ້ານກີບ; ເມືອງນານ ພົບ 2 ບ້ານ, 36 ຄອບຄົວ ມີໝູຕາຍ 78 ໂຕ ເສຍຫາຍ 156 ລ້ານກີບ; ແລະ ເມືອງຈອມເພັດ ພົບ 2 ບ້ານ, 40 ຄອບຄົວ ມີໝູຕາຍ 355 ໂຕ ເສຍຫາຍ 422 ລ້ານກີບ.

ຕໍ່ມາໃນວັນທີ 15 ກັນຍາ ຍັງມີລາຍງານພົບໝູຕາຍເພີ່ມໃໝ່ຢູ່ບາງຟາມໃນເມືອງປາກອູ ໂດຍມີໝູຕາຍໃນວັນທີ 14 ກັນຍາ ຈຳນວນກວ່າ 100 ໂຕ, ເຮັດໃຫ້ຈຳນວນໝູຕາຍລວມທັງໝົດເກືອບ 1,000 ໂຕ.

ປັດຈຸບັນ ພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ເລັ່ງປະສານງານກັບພາກສ່ວນຕ່າງໆ ເພື່ອສະກັດກັ້ນການເຄື່ອນຍ້າຍໝູ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ. ພ້ອມທັງເລັ່ງທຳລາຍໝູທີ່ຕາຍຕາມຫຼັກວິຊາການ ເພື່ອປ້ອງກັນບໍ່ໃຫ້ຊາກໝູຖືກນຳໄປຂາຍ ຫຼື ນຳມາບໍລິໂພກ. ພ້ອມນັ້ນ ຍັງໄດ້ສົ່ງຊີ້ນສ່ວນຈາກໝູຕາຍໄປກວດວິໄຈຫາເຊື້ອພະຍາດ ແລະ ກຳຊັບໃຫ້ໂຮງຂ້າສັດກວດກາຢ່າງເຄັ່ງຄັດ ບໍ່ໃຫ້ນຳສັດທີ່ຕາຍ ຫຼື ມີອາການສົງໄສມາຄົວ.

ທາງການຮຽກຮ້ອງໃຫ້ປະຊາຊົນຮ່ວມມືສະກັດກັ້ນການເຄື່ອນຍ້າຍໝູ ແລະ ໃຫ້ຊາວລ້ຽງໝູເພີ່ມມາດຕະການອະນາໄມ ເຊັ່ນ ສີດຢາຂ້າເຊື້ອເປັນປະຈຳ. ຖ້າພົບໝູຕາຍ ຫຼື ມີອາການສົງໄສ ໃຫ້ຮີບແຈ້ງເຈົ້າໜ້າທີ່ຂະແໜງລ້ຽງສັດທັນທີ ເພື່ອດຳເນີນການທຳລາຍ ແລະ ຄວບຄຸມພະຍາດຕາມຫຼັກວິຊາການ.

ທີ່ມາ: ຂ່າວ​ສານ​ຫລວງພະບາງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles