ໃນວັນທີ 7 ກັນຍາ 2026 ທີ່ຜ່ານມາ ໄດ້ເກີດເຫດນ້ຳຖ້ວມຢູ່ທີ່ລັດເບັງກອນຕາເວັນຕົກ ເມື່ອວັດພະສິວະ ທີ່ຢູ່ຄູ່ຊຸມຊົນມາເກືອບ 150 ປີ ໄດ້ພັງທະລາຍລົງສູ່ແມ່ນ້ຳຄົງຄາຕໍ່ໜ້າຕໍ່ຕາຊາວບ້ານ ຫຼັງຈາກຖືກນ້ຳຊຸຕາຝັ່ງເຈື່ອນ ແລະ ກະແສນ້ຳກັດເຊາະຢ່າງໜັກ.
ກ່ອນເກີດເຫດ, ລະດັບນ້ຳໃນແມ່ນ້ຳຄົງຄາໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແລະ ກະແສນ້ຳໄດ້ກັດເຊາະພື້ນດິນບໍລິເວນກົກເສົາ ແລະ ຖານຂອງໂຕວັດ ຈົນເຮັດໃຫ້ໂຄງສ້າງເລີ່ມຊຳລຸດ.
ຊາວບ້ານໃນພື້ນທີ່ໄດ້ພະຍາຍາມເອົາເປົ່າຊາຍມາກັ້ນເພື່ອປ້ອງກັນຕາຝັ່ງເຈື່ອນ, ແຕ່ກໍບໍ່ສາມາດຕ້ານທານກັບແຮງນ້ຳທີ່ໄຫຼແຮງໄດ້.
ຫຼັງຈາກນັ້ນບໍ່ດົນ, ວັດທັງຫຼັງກໍຄ່ອຍໆ ອຽງ ແລະ ພັງທະລາຍຈົມຫາຍໄປກັບກະແສນ້ຳຢ່າງໄວວາ ຕໍ່ໜ້າຕໍ່ຕາປະຊາຊົນທີ່ຢືນເບິ່ງດ້ວຍຄວາມຕົກໃຈ.
ເຫດການນີ້ໄດ້ສ້າງຄວາມເສຍໃຈ ແລະ ສະເທືອນໃຈໃຫ້ກັບຄົນໃນຊຸມຊົນເປັນຢ່າງຍິ່ງ ເພາະວັດແຫ່ງນີ້ຖືເປັນສູນລວມຈິດໃຈ ແລະ ຢູ່ຄູ່ກັບທ້ອງຖິ່ນມາຫຼາຍເຊັ່ນຄົນ.

ລາຍງານຈາກພື້ນທີ່ລະບຸຕື່ມວ່າ: ແມ່ນ້ຳຄົງຄາໄດ້ກັດເຊາະຕາຝັ່ງ ຮຸນແຮງຂຶ້ນເລື້ອຍໆ, ເຮັດໃຫ້ເຮືອນຊານຂອງປະຊາຊົນຫຼາຍກວ່າ 100 ຫຼັງຄາເຮືອນໃນບາງຊຸມຊົນໄດ້ຮັບຄວາມເສຍຫາຍ ແລະ ຖືກນ້ຳພັດຫາຍໄປແລ້ວກໍ່ມີ.
ນອກຈາກນີ້, ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງຄົມມະນາຄົມ, ພື້ນທີ່ທຳການກະເສດ ແລະ ຊຸມຊົນຕ່າງໆ ຕາມແຄມຝັ່ງແມ່ນ້ຳຄົງຄາ ຢູ່ໃນກຸ່ມສ່ຽງສູງ ຖ້າລະດັບນ້ຳຍັງບໍ່ທັນບົກລົງ.
ມວນນ້ຳມະຫາສານນີ້ສ່ວນໜຶ່ງແມ່ນໄຫຼມາຈາກແມ່ນ້ຳສາຂາຫຼາຍສາຍທີ່ໄຫຼມາໂຮມກັນໃສ່ແມ່ນ້ຳຄົງຄາໃນໄລຍະເວລາພ້ອມໆ ກັນ.

ຄລິບວິດີໂອວິນາທີທີ່ໂຕວັດພັງທະລາຍລົງແມ່ນ້ຳກຳລັງຖືກແຊຣ໌ຢ່າງໄວວາໃນໂລກໂຊຊຽວຂອງອິນເດຍ, ເຊິ່ງກາຍເປັນພາບທີ່ສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງໄພທຳມະຊາດ ແລະ ບັນຫາຕາຝັ່ງເຈື່ອນໃນປີນີ້.
ຂໍ້ມູນລ່າສຸດ ວັນທີ 8 ກັນຍາ 2026, ຍັງບໍ່ທັນມີລາຍງານຜູ້ເສຍຊີວິດ ຫຼື ບາດເຈັບຈາກເຫດການວັດພັງທະລາຍນີ້ໂດຍກົງ, ແຕ່ເຈົ້າໜ້າທີ່ ແລະ ປະຊາຊົນຕາມແຄມຝັ່ງແມ່ນ້ຳຄົງຄາຍັງຕ້ອງໄດ້ເຝົ້າລະວັງສະພາບການຢ່າງໃກ້ຊິດ.
ທີ່ມາ: World Forum


