ຫວຽດນາມ ສ້າງປະຫວັດສາດໜ້າໃໝ່ ດ້ວຍການຖືກບັນທຶກລົງໃນສະຖິຕິໂລກ ກິນເນັສ (Guinness World Record) ຈາກໂຄງການ “ກ້າວໄປຂ້າງໜ້າກັບຫວຽດນາມ” ຄັ້ງທີ 2 ໃນວັນທີ 30 ສິງຫາ 2026 ທີ່ຜ່ານມາ. ງານຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍເຖິງ 1,774,268 ຄົນ ຈາກທັງ 34 ແຂວງ ແລະ ນະຄອນທົ່ວປະເທດ ທີ່ພ້ອມໃຈກັນອອກມາຍ່າງເພື່ອສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມ ເຊິ່ງຖືເປັນການຈັດກິດຈະກຳຍ່າງພ້ອມກັນໃນຫຼາຍທ້ອງຖິ່ນທີ່ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດໃນໂລກ.
ສິ່ງທີ່ໜ້າປະທັບໃຈແມ່ນ ຜູ້ເຂົ້າຮ່ວມສາມາດສ້າງສະຖິຕິການກ້າວຍ່າງລວມກັນໄດ້ເກືອບ 10.07 ຕື້ກ້າວ! ໂດຍກິດຈະກຳດັ່ງກ່າວຖືກຈັດຂຶ້ນໃນເກືອບ 3,000 ຊຸມຊົນ ພາຍໃຕ້ການຮ່ວມມືຂອງ ໜັງສືພິມເຍິນເຢິນ (Nhan Dan), ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ຊາວໜຸ່ມກອມມູນິດ ໂຮ່ຈີມິນ. ຜູ້ນຳລະດັບສູງຂອງຫວຽດນາມໄດ້ອອກມາຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວ ແລະ ຫວັງຊຸກຍູ້ໃຫ້ກິດຈະກຳນີ້ກາຍເປັນການເຄື່ອນໄຫວປະຈຳປີຂອງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດ.
ການຍ່າງຄັ້ງປະຫວັດສາດນີ້ ບໍ່ພຽງແຕ່ເປັນການສົ່ງເສີມສຸຂະພາບທີ່ດີເທົ່ານັ້ນ ແຕ່ຍັງເປັນສ່ວນໜຶ່ງຂອງແຄມເປນຂະໜາດໃຫຍ່ຄື “10 ຕື້ກ້າວສີຂຽວ – ເພື່ອຫວຽດນາມທີ່ຍືນຍົງ”. ຈຸດປະສົງຫຼັກແມ່ນເພື່ອປຸກລະດົມໃຫ້ປະຊາຊົນຫັນມາປັບປ່ຽນວິຖີຊີວິດໃຫ້ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ ເຊັ່ນ: ການປະຢັດພະລັງງານ, ການຄັດແຍກຂີ້ເຫຍື້ອ, ການປູກຕົ້ນໄມ້ ແລະ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງຢ່າງແທ້ຈິງ.
VNExpress


