ເຫັນດີມອບໃຫ້ພະແນກການກ່ຽວຂ້ອງຂອງແຂວງ ແລະ ເມືອງຈໍາປາສັກ ເພື່ອເຂົ້າໄປປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ

ປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ໄດ້ອອກແຈ້ງການມາຍັງ ທ່ານຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໃຫ້ເປັນເຈົ້າການປະສານສົມທົບ ກັບພະແນກການກ່ຽວຂ້ອງຂອງແຂວງ ແລະ ເມືອງຈໍາປາສັກ ເພື່ອເຂົ້າໄປປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຕາມສິດ-ພາລະບົດບາດ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ, ລົງວັນທີ 16 ພະຈິກ 2021 ແລະ ປະຕິບັດຕາມ ຂໍ້ຕົກລົງເລກທີ 805/ຄປຂ, ລົງວັນທີ 20 ສິງຫາ 2026.

ບໍ່ໃຫ້ລໍຖ້າຕາມການແຈ້ງຂອງບໍລິສັດ, ເນື່ອງຈາກວ່າ ຜ່ານມາແຂວງ ໄດ້ຄົ້ນຄວ້າ ແລະ ແຈ້ງສິ້ນສຸດ ໂຄງການລົງທຶນດັ່ງກ່າວຕາມມາດຕາ 84 ຂອງກົດໝາຍວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 62/ສພຊ ແລະ ຕາມມະຕິກອງປະຊຸມຄະນະປະຈຳພັກແຂວງ ສະໄໝສາມັນ ສະບັບເລກທີ 06/ຄຈພຂ.ຈສ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ລາຍລະອ່ຽດອ່ານຕື່ມກ້ອງຄອມເມັ້ນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles