ກະຊວງການເງິນ ສະຫຼຸບຜົນງານ 6 ເດືອນຕົ້ນປີ 2026 ລາຍຮັບບັນລຸ 54% ຂອງແຜນ ເລັ່ງປະຕິຮູບງົບປະມານ

ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ 2026 ພ້ອມກຳນົດທິດທາງແຜນງານ 6 ເດືອນທ້າຍປີ ຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມໄດ້ທົບທວນຜົນການດຳເນີນນະໂຍບາຍການເງິນ, ການຂະຫຍາຍຖານລາຍຮັບ, ການຫັນເປັນທັນສະໄໝ ລວມເຖິງການອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ໂດຍເນັ້ນການແກ້ໄຂບັນຫາເສດຖະກິດ-ການເງິນໃຫ້ເປັນຮູບປະທຳ ພາຍໃຕ້ແນວທາງສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ.

ກອງປະຊຸມໃຫ້ກຽດເປັນປະທານໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ຮອງລັດຖະມົນຕີກະຊວງການເງິນ ໂດຍມີບັນດາຫົວໜ້າກົມ, ຫົວໜ້າພະແນກການເງິນແຂວງ-ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງຈາກທົ່ວປະເທດເຂົ້າຮ່ວມ.

ຜົນການດຳເນີນງານໃນ 6 ເດືອນຕົ້ນປີ 2026 ພົບວ່າ ເສດຖະກິດຂະຫຍາຍຕົວສະເລ່ຍ 5% ໂດຍໄຕມາດ 1 ຂະຫຍາຍຕົວ 5.5% ແລະ ໄຕມາດ 2 ຂະຫຍາຍຕົວ 4.6%.

GDP ມີມູນຄ່າ 199,987 ຕື້ກີບ, ຄິດເປັນ 48% ຂອງແຜນການປີ ຈາກຄາດໝາຍທັງປີ 417,523 ຕື້ກີບ.

ລາຍຮັບງົບປະມານບັນລຸ 44,956 ຕື້ກີບ

ໃນ 6 ເດືອນຕົ້ນປີ ການຈັດເກັບລາຍຮັບງົບປະມານສາມາດບັນລຸ 44,956 ຕື້ກີບ, ຫຼື 54% ຂອງແຜນການປີ, ເພີ່ມຂຶ້ນ 19% ຈາກໄລຍະດຽວກັນຂອງປີຜ່ານມາ.

ໃນນັ້ນ ລາຍຮັບພາຍໃນບັນລຸ 43,970 ຕື້ກີບ ຫຼື 56% ຂອງແຜນປີ. ຂັ້ນສູນກາງເກັບໄດ້ 31,531 ຕື້ກີບ ຫຼື 58% ແລະ ທ້ອງຖິ່ນເກັບໄດ້ 12,439 ຕື້ກີບ ຫຼື 52%. ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າບັນລຸ 986 ຕື້ກີບ ຫຼື 19% ຂອງແຜນປີ.

ດ້ານການຄຸ້ມຄອງລາຍຈ່າຍງົບປະມານ ສາມາດປະຕິບັດໄດ້ 30,126 ຕື້ກີບ ຫຼື 37% ຂອງແຜນການປີ, ໃນນັ້ນ ຂັ້ນສູນກາງ 23,037 ຕື້ກີບ ແລະ ທ້ອງຖິ່ນ 7,089 ຕື້ກີບ.

ລາຍຈ່າຍສ່ວນໃຫຍ່ສຸມໃສ່ການເບີກຈ່າຍເງິນເດືອນ-ເງິນນະໂຍບາຍ, ການຊຳລະໜີ້ສິນຕາມຂໍ້ຜູກພັນ, ການຮັບໃຊ້ວັນສຳຄັນຂອງຊາດ ແລະ ຮັບປະກັນການເຄື່ອນໄຫວຂອງກົງຈັກພັກ-ລັດ.

ສຳລັບໝົດປີ 2026 ຄາດວ່າ ລາຍຈ່າຍຈະຢູ່ໃນກອບແຜນການທີ່ສະພາແຫ່ງຊາດຮັບຮອງ ໂດຍມີລາຍຈ່າຍທັງໝົດ 81,400 ຕື້ກີບ ແລະ ຄາດຄະເນເກີນດຸນ 2,200 ຕື້ກີບ.

ທີ່ມາ: ກະຊວງການເງິນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles