ເລຂາພັກແຂວງສະຫວັນນະເຂດ ລົງພື້ນທີ່ ແລະ ມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ ທີ່ປະສົມໄພນ້ຳຖ້ວມ ຢູ່ເມືອງສອງຄອນ

ທ່າມກາງສະພາບວິກິດ ແລະ ຄວາມລຳບາກຈາກໄພນ້ຳຖ້ວມ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ເມືອງສອງຄອນ, ດັ່ງນັ້ນ ໃນວັນທີ 23 ສິງຫາ 2026 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳເມືອງ ເດີນທາງລົງພື້ນທີ່ບ້ານລະຫານ້ຳ ເມືອງສອງຄອນ ເພື່ອຕິດຕາມສະພາບການຢ່າງໃກ້ຊິດ.

ສະຖານະການໄພນ້ຳຖ້ວມໃນເມືອງສອງຄອນ ປັດຈຸບັນຍັງຄົງໜ້າເປັນຫ່ວງ ແລະ ຕ້ອງໄດ້ເຝົ້າລະວັງຢ່າງເຂັ້ມງວດ. ເຖິງວ່າລະດັບນ້ຳເຊບັງຫຽງຈະຫຼຸດລົງເລັກນ້ອຍປະມານ 3 ຊັງຕີແມັດ, ແຕ່ລະດັບນ້ຳໃນຕອນເຊົ້າຂອງວັນທີ 23 ສິງຫາ ນີ້ ຍັງສູງເຖິງ 17 ແມັດ 57 ຊັງຕີແມັດ, ເຊິ່ງເກີນເກນເຕືອນອັນຕະລາຍ (15 ແມັດ) ໄປຫຼາຍ. ສົ່ງຜົນໃຫ້ເຮືອນຊານ, ພື້ນທີ່ການຜະລິດ ແລະ ຊຸມຊົນໃນ 10 ບ້ານ ຖືກນ້ຳຖ້ວມຂັງຢ່າງຕໍ່ເນື່ອງມາແລ້ວ 4 ຫາ 5 ວັນ, ເຮັດໃຫ້ການດຳລົງຊີວິດ, ການສັນຈອນໄປ-ມາ ເປັນໄປດ້ວຍຄວາມຍາກລຳບາກ.

ນອກຈາກເຄື່ອງຂອງແລ້ວ, ການນຳແຂວງ ຍັງໄດ້ມອບງົບປະມານຊ່ວຍເຫຼືອສຸກເສີນ ລວມທັງໝົດ 100 ລ້ານກີບ ໃຫ້ແກ່ເມືອງສອງຄອນ ເພື່ອໃຊ້ໃນວຽກງານຊ່ວຍເຫຼືອ ແລະ ແກ້ໄຂສະພາບໄພພິບັດ.ງົບປະມານຊ່ວຍເຫຼືອ ກຳລັງ ປກຊ ຈຳນວນ 20 ບ້ານ, 10 ລ້ານກີບ ໃຫ້ແກ່ບ້ານລະຫານ້ຳ, ມອບ5 ລ້ານກີບ ໃຫ້ແກ່ສຸກສາລາລະຫານ້ຳ ແລະ ສຸກສາລາສອງຄອນ ເພື່ອເປັນທຶນສຳຮອງໃນການປົກປ້ອງ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນໃນຊ່ວງວິກິດ.

ທີ່ມາ: ສະຫວັນພັດທະນາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles