ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາຣັບເອມິເຣດ (UAE) ໃນໄລຍະຜ່ານມາ ບັນລຸ 95 ລ້ານໂດລາສະຫະລັດ. ໃນນັ້ນ ລາວສົ່ງອອກໄປ UAE ມີມູນຄ່າ 26 ລ້ານໂດລາ ແລະ ນຳເຂົ້າຈາກ UAE ມີມູນຄ່າ 69 ລ້ານໂດລາ.
ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໃນການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ສປປ ລາວ ກັບ ທ່ານ Bader Almatrooshi ເອກອັກຄະລັດຖະທູດ UAE ປະຈຳ ສປປ ລາວ ໃນວັນທີ 19 ສິງຫາ 2026.
ການພົບປະຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ທົບທວນຄືນການຮ່ວມມືສອງຝ່າຍ ໃນດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການພັດທະນາພະລັງງານທົດແທນ ພ້ອມທັງກຳນົດທິດທາງຮ່ວມມືໃນຕໍ່ໜ້າ.
ການຄ້າລາວ-ສະຫະລັດອາຣັບເອມິເຣດ
ສຳລັບການສົ່ງອອກຂອງລາວໄປ UAE ມີມູນຄ່າ 26 ລ້ານໂດລາ ໂດຍສິນຄ້າຫຼັກປະກອບມີ ເຄມີອະນິນຊີ, ເຈ້ຍ ແລະ ຜະລິດຕະພັນຈາກເຈ້ຍ, ຢາສູບ ແລະ ເຄື່ອງນຸ່ງຫົ່ມ.
ຂະນະທີ່ ລາວນຳເຂົ້າຈາກ UAE ມີມູນຄ່າ 69 ລ້ານໂດລາ ໂດຍສິນຄ້າຫຼັກມີ ປຶ້ມ ແລະ ໜັງສືພິມ, ເຄື່ອງໃຊ້ພລາສຕິກ, ອາຫານສັດ, ນ້ຳມັນດິບ, ນ້ຳມັນໜຽວ, ນ້ຳມັນເຄື່ອງ, ກາແລັດ, ອຸປະກອນກົນຈັກ, ຢາສູບ ແລະ ເສັ້ນໄຍສັງເຄາະ.
ດ້ານການລົງທຶນ, ລັດຖະບານລາວ ພ້ອມສະໜັບສະໜູນບັນດາບໍລິສັດຈາກ UAE ໃຫ້ເຂົ້າມາລົງທຶນໃນລາວ ໂດຍສະເພາະຂົງເຂດ ພະລັງງານທົດແທນ.
ພ້ອມນີ້ ຍັງມີແນວທາງຮ່ວມມືດ້ານການສຶກສາ, ການພັດທະນາ ແລະ ການລົງທຶນ ຜ່ານການຊ່ວຍເຫຼືອ ຫຼື ເງິນກູ້ຢືມ ລວມເຖິງການຊຸກຍູ້ພາກທຸລະກິດ UAE ເຂົ້າມາສຶກສາໂອກາດ ແລະ ຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ.
ອີກປະເດັນສຳຄັນ ຝ່າຍລາວໄດ້ສະເໜີຂໍການສະໜັບສະໜູນຈາກ UAE ດ້ານການສະໜອງນ້ຳມັນເຊື້ອໄຟ ໃຫ້ແກ່ ສປປ ລາວ ໃນລາຄາ ແລະ ເງື່ອນໄຂທີ່ເປັນມິດ ຫຼື ພິເສດ ເພື່ອຊ່ວຍຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານ ຂອງປະເທດ.
ທັງສອງຝ່າຍຍັງເຫັນພ້ອມໃນການເພີ່ມພູນສາຍພົວພັນ ຜ່ານການແລກປ່ຽນຄະນະຜູ້ແທນ, ການສົ່ງເສີມການຄ້າ ແລະ ການລົງທຶນ ໃນອະນາຄົດ.
ທີ່ມາ: ຂ່າວສານ ອຄ


