ນະຄອນປາກເຊ, ແຂວງຈຳປາສັກ ຕໍ່ສະພາບການຜັນແປຂອງໄພທຳມະຊາດ, ຈັດຂຶ້ນໃນວັນທີ 20 ສິງຫາ 2026 ກອງບັນຊາການທະຫານນະຄອນປາກເຊ ໄດ້ລະດົມກຳລັງພົນລົງປະຕິບັດງານພາກສະໜາມຢ່າງຮີບດ່ວນ ເພື່ຶອຈັດລຽງກະສອບຊາຍສ້າງຄູກັນນ້ຳປ້ອງກັນເຂດຈຸດສຸມທີ່ມີຄວາມສ່ຽງຖືກນ້ຳຖ້ວມຂັງ ໂດຍສະເພາະບໍລິເວນຫົວຂົວຂ້າມນ້ຳເຊໂດນ ບ້ານທ່າຫີນ ນະຄອນປາກເຊ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ການປະຕິບັດໜ້າທີ່ໃນຄັ້ງນີ້, ໂດຍການຊີ້ນຳໂດຍກົງຈາກ ທ່ານ ພັນໂທ ວັນໄຊ ຈຽງຄຳ ຫົວໜ້າການເມືອງກອງບັນຊາການທະຫານນະຄອນປາກເຊ ພ້ອມດ້ວຍພະນັກງານ-ນັກຮົບ ທີ່ໄດ້ຮ່ວມແຮງຮ່ວມໃຈກັນລົງປະຕິບັດຕົວຈິງຢ່າງຕັ້ງໜ້າ.
ການລົງເຄື່ອນໄຫວສ້າງຄູກັນນ້ຳດັ່ງກ່າວ ຖືເປັນມາດຕະການຕັ້ງຮັບດ້ານຍຸດທະສາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການຮັບມືກັບສະພາບໄພພິບັດທາງທຳມະຊາດ ແລະ ປ້ອງກັນບໍ່ໃຫ້ນ້ຳຈາກແມ່ນຳ້ເຊໂດນໄຫຼຊຸເຂົ້າຖ້ວມເຂດພື້ນທີ່ຕໍ່າໃນຂອບເຂດນະຄອນປາກເຊ ໃຫ້ມີຄວາມປອດໄພສູງສຸດໃນລະດູຝົນປີນີ້.
ໃນຂະນະດຽວກັນ, ດ້ວຍຄວາມຫ່ວງໃຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ແລະ ຢ້ຽມຢາມໃຫ້ກຳລັງໃຈກຳລັງປ້ອງກັນຊາດ, ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມທັງທ່ານເລຂາຄະນະພັກນະຄອນປາກເຊ ກໍໄດ້ລົງຕິດຕາມກວດກາສະພາບຕົວຈິງ ແລະ ໃຫ້ການຊີ້ນຳຢ່າງໃກ້ຊິດ ພ້ອມທັງຊຸກຍູ້ໃຫ້ກຳລັງໃຈໃຫ້ແກ່ນາຍ ແລະ ພົນທະຫານທີ່ກຳລັງເລັ່ງມືສ້າງຄູກັ້ນນ້ຳຢ່າງແຂງຂັນໃນພື້ນທີ່ດັ່ງກ່າວອີກດ້ວຍ.
ຂ່າວ-ພາບ: ກຸ້ງຄຳ ທົງອາສາ (ທະຫານນະຄອນປາກເຊ)


