ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ອອກແຈ້ງການ ເພີ່ມທະວີການປ້ອງກັນ ແລະ ຮັບມືກັບໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນ ປີ 2026

ເພື່ອເປັນເຈົ້າການໃນການປ້ອງກັນ ແລະ ແກ້ໄຂຜົນກະທົບຈາກໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ອອກແຈ້ງການ ເລກທີ 502/ສຊປລ ເຖິງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງທົ່ວປະເທດ ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຮັບມືກັບໄພພິບັດທາງທຳມະຊາດເນັ້ນໃສ່ 7 ວຽກງານຕົ້ນຕໍ່ດັ່ງນີ້:

1. ສຶກສາອົບຮົມ ແລະ ສ້າງສະຕິລະວັງຕົວ: ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີ ແລະ ຈິດໃຈອາສາສະໝັກ ໃຫ້ກັບຊາວໜຸ່ມ-ເຍົາວະຊົນ ເພື່ອເຂົ້າຮ່ວມຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ເຂົ້າໃຈຄວາມສ່ຽງໃນພື້ນທີ່ດຳລົງຊີວິດ.

2. ກະກຽມກອງອາສາສະໝັກຕະລຸມບອນ: ກະກຽມຄວາມພ້ອມຂອງກອງອາສາສະໝັກຊາວໜຸ່ມຕະລຸມບອນ, ສ້າງແຜນການ, ມີກົນໄກປະສານງານທີ່ວ່ອງໄວ, ຄຸ້ມຄອງ ແລະ ລາຍງານດ້ານກຳລັງຄົນ, ງົບປະມານ ແລະ ວັດຖຸອຸປະກອນຢ່າງເປັນປົກກະຕິ.

3. ຈັດຕັ້ງຜັນຂະຫຍາຍແຜນກູ້ໄພ: ເມື່ອເກີດເຫດໄພພິບັດ, ຄຊປປລ ແຕ່ລະຂັ້ນ ຕ້ອງເປັນເຈົ້າການນຳພາ-ຊີ້ນຳ ຜັນຂະຫຍາຍແຜນກູ້ໄພຜ່ານກົນໄກຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫຼືອທັນທ່ວງທີ ໂດຍຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ອາສາສະໝັກ.

4. ຟື້ນຟູຫຼັງໄພພິບັດ: ເຂົ້າຮ່ວມໃນວຽກງານຟື້ນຟູຊີວິດການເປັນຢູ່ ແລະ ພື້ນຖານໂຄງລ່າງຕາມພາລະບົດບາດ ບົນຈິດໃຈອາສາສະໝັກ.

5. ນຳພາດ້ານການເມືອງ-ແນວຄິດ: ສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຊີດຊູສະຕິລະວັງຕົວຕໍ່ການໂຄສະນາບິດເບືອນຂອງກຸ່ມຄົນບໍ່ດີ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງຜ່ານກະບອກສຽງຂອງຊາວໜຸ່ມ.

6. ເກັບກຳຂໍ້ມູນຂ່າວສານ: ປະສານງານກັບພາກສ່ວນກ່ຽວກັບ ເພື່ອເກັບກຳຂໍ້ມູນຄວາມເສຍຫາຍ ແລະ ຜົນກະທົບ ເພື່ອລະດົມການຊ່ວຍເຫຼືອຈາກຊາວໜຸ່ມ ແລະ ສັງຄົມ.

7. ປະຕິບັດລະບອບລາຍງານ: ລາຍງານສະພາບການໃຫ້ຄະນະປະຈຳພັກ ແລະ ຈຸດປະສານງານຕ້ານໄພພິບັດຂັ້ນຂອງຕົນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງຕໍ່ເນື່ອງ.

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຶ່ງຮຽກຮ້ອງໃຫ້ ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ດ້ວຍຄວາມຮັບຜິດຊອບສູງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles