7 ແຂວງ ເຝົ້າລະວັງສະພາບຝົນຕົກໜັກ ອາດເກີດນ້ຳຖ້ວນຊຸ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 21 – 22 ສິງຫາ 2026 ນີ້

​ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນ ສະບັບເລກທີ 0762/ກອທ (ລົງວັນທີ 21 ສິງຫາ 2026) ໃຫ້ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຝົ້າລະວັງສະພາບຝົນຕົກໜັກ ເຊິ່ງອາດກໍ່ໃຫ້ເກີດນ້ຳຖ້ວນຊຸ ແລະ ດິນເຈື່ອນ ໃນລະຫວ່າງວັນທີ 21 – 22 ສິງຫາ 2026 ນີ້.

ເນື່ອງຈາກຮ່ອງຄວາມກົດດັນອາກາດຕ່ຳ ເຂດພາກເໜືອ ແລະ ພາກກາງ ເຊິ່ງສົມທົບກັບລົມມໍລະສຸມຕາເວັນຕົກສະສ່ຽງໃຕ້ ມີກຳລັງປານກາງຫາແຮງ ປົກຄຸມຢູ່ທົ່ວໄປ, ສົ່ງຜົນໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກຫາຕົກໜັກຫຼາຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ.

  • ​ແຂວງ ຫົວພັນ: ເມືອງ ຫົວເມືອງ, ເມືອງ ກວັນ, ເມືອງ ຊຽງຄໍ້ ເເລະ ເມືອງ ຊົບເບົາ​
  • ແຂວງ ບໍລິຄຳໄຊ: ເມືອງ ບໍລິຄັນ, ເມືອງ ປາກກະດິງ ແລະ ເມືອງ ວຽງທອງ
  • ​ແຂວງ ຫຼວງພະບາງ: ເມືອງ ນານ ແລະ ເມືອງ ຊຽງເງີນ
  • ແຂວງ ວຽງຈັນ: ເມືອງ ກາສີ
  • ​ແຂວງ ຄຳມ່ວນ: ເມືອງ ບົວລະພາ, ເມືອງ ນາກາຍ ແລະ ເມືອງ ຍົມມະລາດ
  • ແຂວງ ເຊກອງ: ເມືອງ ດາກຈຶງ ແລະ ເມືອງ ກະລຶມ
  • ແຂວງ ຈຳປາສັກ: ເມືອງ ບາຈຽງຈະເລີນສຸກ, ເມືອງ ຈໍາປາສັກ, ເມືອງ ປາກ ຊ່ອງ, ເມືອງ ໂພນທອງ ແລະ ເມືອງ ຊະນະສົມບູນ

​ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງແຈ້ງເຕືອນເຖິງ ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະຜູ້ທີ່ອາໄສຢູ່ເຂດຮ່ອມພູ ແລະ ເຂດແຄມນ້ຳ ຈົ່ງເພີ່ມຄວາມລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບນ້ຳຖ້ວນຊຸ ແລະ ດິນເຈື່ອນທີ່ອາດເກີດຂຶ້ນ. ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຢ່າງໃກ້ຊິດ ແລະ ຕໍ່ເນື່ອງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles